
ການໂອ້ລົມລະຫວ່າງ ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ
ແລະ ທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ
ນະທີ່ນີ້, , ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ໄດ້ເນັ້ນໜັກວ່າ: ລັດຖະບານ ອິນໂດເນເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. ດັ່ງນັ້ນ, ກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ຢາກຍູ້ແຮງ ແລະ ຍົກການພົວພັນຮ່ວມມືກັບ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນການຈັບຫາປາ, ການລ້ຽງປູກ ແລະ ການນຳເຂົ້າ - ສົ່ງອອກສິນໃນນ້ຳ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຊາວປະມົງສອງປະເທດ. ໄປຄຽງຄູ່ກັນນັນ ທ່ານກໍເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ກ່ຽວກັບການແກ້ໄຂບັນຫາຊາວປະມົງຈັບຫາປາ ບົນເນື້ອໃນຈິດໃຈມະນຸດສະທຳ ແລະ ການຮ່ວມມືສອງຝ່າຍ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານລັດຖະມົນຕີ Edhy Prabowo ໃຫ້ຮູ້ວ່າ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາວ່າ ຈະພິຈາລະນາຢ່າງຕັ້ງໜ້າ, ເພື່ອລົງນາມໃນບົດບັນທຶກຊ່ວຍຈຳ (MOU) ລະຫວ່າງກະຊວງກະສິກຳ - ພັດທະນາຊົນນະບົດ ຫວຽດນາມ ກັບ ກະຊວງທະເລ ແລະ ອາຊີບຫາປາຂອງ ອິນໂດເນເຊຍ ກ່ຽວກັບການສ້າງຕັ້ງໂທລະສັບສາຍດ່ວນໃນການຕ້ານຈັບຫາປາຜິດກົດໝາຍ. ທີ່ການພົບປະ ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຊາວປະມົງ ຫວຽດນາມ ທີ່ຖືກກັກຂັງຊົ່ວຄາວ ແລະ ເລື່ອງ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາຈະມີການປະພຶດຢ່າງມີມະນຸດສະທຳ, ຕອບສະໜອງເງື່ອນໄຂການກິນຢູ່ຢ່າງຄົບຖ້ວນ, ດຳລົງຊີວິດ ແລະ ຮັບປະກັນສຸຂະພາບໃນໄລຍະເກີດໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)