ຂ່າວສານ

ເພີ່ມທະວີການຮ່ວມມືຢູ່ທະເລ ແລະ ອາຊີບຫາປາ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

      ວັນທີ 16 ຕຸລາ, ຢູ່ນະຄອນຫຼວງ ຈາກາກຕາ, ອິນໂດເນເຊຍ, ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ໄດ້ໃຫ້ການຕ້ອນຮັບທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ. 

ການໂອ້ລົມລະຫວ່າງ ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ 
ແລະ ທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ
      ນະທີ່ນີ້, , ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ໄດ້ເນັ້ນໜັກວ່າ: ລັດຖະບານ ອິນໂດເນເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. ດັ່ງນັ້ນ, ກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ຢາກຍູ້ແຮງ ແລະ ຍົກການພົວພັນຮ່ວມມືກັບ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນການຈັບຫາປາ, ການລ້ຽງປູກ ແລະ  ການນຳເຂົ້າ - ສົ່ງອອກສິນໃນນ້ຳ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຊາວປະມົງສອງປະເທດ. ໄປຄຽງຄູ່ກັນນັນ ທ່ານກໍເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ກ່ຽວກັບການແກ້ໄຂບັນຫາຊາວປະມົງຈັບຫາປາ ບົນເນື້ອໃນຈິດໃຈມະນຸດສະທຳ ແລະ ການຮ່ວມມືສອງຝ່າຍ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານລັດຖະມົນຕີ Edhy Prabowo  ໃຫ້ຮູ້ວ່າ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາວ່າ ຈະພິຈາລະນາຢ່າງຕັ້ງໜ້າ, ເພື່ອລົງນາມໃນບົດບັນທຶກຊ່ວຍຈຳ (MOU) ລະຫວ່າງກະຊວງກະສິກຳ - ພັດທະນາຊົນນະບົດ ຫວຽດນາມ ກັບ ກະຊວງທະເລ ແລະ ອາຊີບຫາປາຂອງ ອິນໂດເນເຊຍ ກ່ຽວກັບການສ້າງຕັ້ງໂທລະສັບສາຍດ່ວນໃນການຕ້ານຈັບຫາປາຜິດກົດໝາຍ. ທີ່ການພົບປະ ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຊາວປະມົງ ຫວຽດນາມ ທີ່ຖືກກັກຂັງຊົ່ວຄາວ ແລະ ເລື່ອງ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາຈະມີການປະພຶດຢ່າງມີມະນຸດສະທຳ, ຕອບສະໜອງເງື່ອນໄຂການກິນຢູ່ຢ່າງຄົບຖ້ວນ, ດຳລົງຊີວິດ ແລະ ຮັບປະກັນສຸຂະພາບໃນໄລຍະເກີດໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)


top