• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືປ້ອງກັນຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ

ທ່ານ​ນາຍົກລັດຖະມົນ​ຕີ​ແຫ່ງ ສປປ ລາວ​ ທອງ​ລຸນ ສີສຸ​ລິດ
ຕ້ອນຮັບ ທ່ານ​ພ​ົນຕີ ຟາ​ມວັນ​ຢາງ
      ໃນ​ລະຫວ່າງ​ວັນ​ທີ 15 – 17/03, ທ່ານ​ພ​ົນຕີ ຟາ​ມວັນ​ຢາງ, ​ເສນາ​ທິການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ​​ໄປຢ້ຽມຢາມ ສປປ. ລາວ ຢ່າງ​ເປັນ​ທາງ​ການ ຕາມຄຳ​ເຊີນ​ຂອງ​ທ່ານ​ພົນ​ຕີ ສຸ​ວອນ ​ເລືອ​ງບຸນ​ມີ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ລາວ.
        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ວັນ​ທີ 15/03 ທ່ານ​ນາຍົກລັດຖະມົນ​ຕີ​ແຫ່ງ ສປປ ລາວ​ ທອງ​ລຸນ ສີສຸ​ລິດ ມີ​ການ​ຕ້ອນຮັບ​ຄະນະ. ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ລາວ ຢືນຢັນ​ວ່າ: ລັດຖະບານ ລາວ ​ແລະ ​​ໃນ​ນາມ​ສ່ວນ​ຕົວ​ນາຍົກລັດຖະມົນຕີ ຈະ​ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ໃຫ້​ກອງທັບ​ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ; ສະໜັບສະໜູນ ​ແລ​ະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ກອງ​ທັບ​ມາ​ລົງທຶນ​ຢູ່ ລາວ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ. ສ່ວນ​ທ່ານ​ພົນ​ຕີ ຟານ​ວັນ​ຢາງ ​ເນັ້ນ​ໜັກ​ວ່າ ກອງທັບ​ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ກັບກ​ອງທັບ​ປະຊາຊົນ ລາວ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ຊາດ​ກ່ວາ​ອີກ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ຄະນະ​ຜູ້​ແທນ​ກອງທັບ​ປະຊາຊົນ ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ພົນ​ໂທ ຈັນ​ສະ​ໝອນ ຈັນຍາ​ລາດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top