• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ - ກຳປູເຈຍ

      ໃນຊຸມປີຜ່ານມາ, ການພົວພັນສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ບັນລຸໄດ້ບັນດາບາດກ້າວພັດທະນາອັນດີງາມ ທັງລວງກ້ວາງທັງລວງເລິກ. ການພົວພັນນັ້ນ ຫລາຍລຸ້ນຄົນໄດ້ເພີ່ມພູນຄູນສ້າງ ແລະ ພວມນັບມື້ນັບພັດທະນາຢ່າງວ່ອງໄວໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ,…
ໃນນັ້ນ, ການພົວພັນດ້ານເສດຖະກິດ, ການຄ້າບັນລຸໄດ້ບັນດາບາດກ້າວກະໂດດຂັ້ນ ແລະ ກໍ່ແມ່ນໜຶ່ງໃນບັນດາປັດໄຈສຳຄັນ ປະກອບສ່ວນສ້າງການພົວພັນ ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ 2 ປະເທດຢ່າງສຳເລັດຜົນ. ບົດຂຽນ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ - ກຳປູເຈຍຂອງ ວັນໂດ ນັກຂ່າວ VOV, ເຊີນທ່ານຕິດຕາມຮັບຟັງ.
ຫວຽດນາມ ແລະ ກຳປູເຈຍ ແມ່ນ 2 ປະເທດທີ່ມີເງື່ອນໄຂທຳມະຊາດສະດວກ, ແລະ ໄດ້ເພີ່ມເຕີມເຊິ່ງກັນ ແລະ ກັນເພື່ອພັດທະນາ. ແລະ ໃນໄລຍະປັດຈຸບັນແມ່ນໄລຍະ “ສະດວກດີ” ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ. ນັ້ນແມ່ນຂໍ້ສັງເກດຂອງທ່ານ ຫວູກວາງມິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ເມື່ອເວົ້າເຖິງຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງ 2 ປະເທດ:

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ
      ນັບແຕ່ຕົ້ນປີ 2018 ມາຮອດປະຈຸບັນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ 2 ປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສຳຄັນໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ, ປະກອບສ່ວນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ພັດທະນາເພື່ອຜົນປະໂຫຍດຂອງ 2 ປະເທດ.
ໄປຄຽງຄູ່ກັບຄວາມສະດວກກ່ຽວກັບເງື່ອນໄຂທຳມະຊາດນັ້ນ, ການພົວພັນຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ 2 ປະເທດ ກໍ່ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳຂັ້ນສູງ ຫວຽດນາມ ແລະ ກຳປູເຈຍ. ທີ່ບັນດາການພົບປະລະຫວ່າງການນຳຂັ້ນສູງ, 2 ຝ່າຍລ້ວນແຕ່ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືເສດຖະກິດ, ການຄ້າ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປີດກ້ວາງ, ຍົກສູງປະສິດທິຜົນແຫ່ງການຮ່ວມມືໃຫ້ເໝາະສົມກັບຄວາມປາດຖະໜາ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງ 2 ປະເທດ. 2 ຝ່າຍພວມຕັດສິນໃຈສູ້ຊົນນຳວົງເງິນການຄ້ານຳເຂົ້າ-ສົ່ງອອກບັນລຸໄດ້ 5 ຕື້ USD ໃນໄລຍະຈະມາເຖິງ. ຫວຽດນາມ ເປັນສະມາຊິກ ອາຊຽນ ທີ່ມີວົງເງິນການຄ້າກັບ ກຳປູເຈຍ ໃຫຍ່ສຸດ.
ດ້ວຍບັນດາເງື່ອນໄຂ ແລະ ພື້ນຖານແຫ່ງຄວາມສະດວກຄືດັ່ງກ່າວ, ການພົວພັນເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ມີບັນດາບາດກ້າວກະໂດດຂັ້ນ. ຕາມທ່ານ ເລບຽນເກືອງ ທູດການຄ້າ ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ: ໃນໄລຍະ 2001 – 2011, ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນເກືອບ 17 ເທື່ອ, ແຕ່ 169 ລ້ານ USD ຂຶ້ນ 2,83 ຕື້ USD. ປີ 2017, ວົງເງິນການຄ້ານຳເຂົ້າ-ສົ່ງອອກລະຫວ່າງ 2 ປະເທດບັນລຸເກືອບ 3,8 ຕື້ USD, ເພີ່ມຂຶ້ນກ່ວາ 29% ເມື່ອທຽບໃສ່ປີ 2016; 7 ເດືອນຕົ້ນປີ 2018 ວົງເງິນການຄ້ານຳເຂົ້າ-ສົ່ງອອກລະຫວ່າງ 2 ປະເທດບັນລຸໄດ້ 2,7 ຕື້ USD, ເພີ່ມຂຶ້ນ 18,7% ເມື່ອທຽບໃສ່ໄລຍະດຽວກັນປີ 2017.
ບັນດາວິສາຫະກິດ ຫວຽດນາມ ສຸມໃສ່ເຂົ້າໃນຂົງເຂດກະສິກຳ, ຕົ້ນໄມ້ອຸດສາຫະກຳຢາງພາລາ ກວມເອົາປະມານ 70% ຈຳນວນເງິນທຶນຈົດທະບຽນ, ທີ 2 ແມ່ນການບໍລິການທະນາຄານປະກັນໄພກວມເອົາປະມານ 25%, ສ່ວນຍັງເຫຼືອແມ່ນບັນດາວິສາຫະກິດໂທລະຄົມມະນາຄົມ, ວິສາຫະກິດປຸງແຕ່ງຜະລິດເຄື່ອງໃຊ້ສອຍ, ການຂົນສົ່ງ
ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວການຄ້າ, ການລົງທຶນຢູ່ ກຳປູເຈຍ, ສະໂມສອນວິສາຫະກິດ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຮັບການສ້າງຕັ້ງໃນເດືອນ ສິງຫາ 2018, ແນໃສ່ຊຸກຍູ້ການຮ່ວມມື ແລະ ໜູນຊ່ວຍໃນການເຄື່ອນໄຫວຮ່ວມມືເສດຖະກິດ - ການຄ້າຂອງບັນດາວິສາຫະກິດ ຫວຽດນາມ ແລະ ວິສາຫະກິດ ກຳປູເຈຍ ຊຶ່ງເຈົ້າຂອງເປັນຄົນ ຫວຽດນາມ ຢູ່ ກຳປູເຈຍ, ກໍ່ຄືເພີ່ມທະວີການພົວພັນແລກປ່ຽນ, ຮ່ວມສຳພັນ ແລະ ຮ່ວມມືກັບບັນດາວິສາຫະກິດຂອງ ກຳປູເຈຍ ແລະ ວິສາຫະກິດຢູ່ ຫວຽດນາມ. ທ່ານ ຫງວຽນແທງຢຸງ ຜູ້ອຳນວຍການທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສາຂາຢູ່ ກຳປູເຈຍ, ປະທານສະໂມສອນວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ ແບ່ງປັນວ່າ:
ສະໂມສອນວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ ເຄື່ອນໄຫວດ້ວຍທິດນຳ ແລະ ຈຸດປະສົງແມ່ນ: ລະດົມບັນດາແຫຼ່ງກຳລັງຢ່າງສຸດຂີດ, ເສີມຂະຫຍາຍທ່າແຮງຂອງບັນດາສະມາຊິກ, ສ້າງສະພາບແວກລ້ອມດ້ານຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ເຊື່ອມຕໍ່, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ແລກປ່ຽນພົວພັນກັບສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາວິສາຫະກິດພວມລົງທຶນຢູ່ ກຳປູເຈຍ.
       ພ້ອມກັບການເຄື່ອນໄຫວຮ່ວມມື 2 ຝ່າຍ, ຫວຽດນາມ ແລະ ກຳປູເຈຍ ຍັງພ້ອມກັນເຂົ້າຮ່ວມໃນບັນດາຂົງເຂດຮ່ວມມືຢູ່ພາກພື້ນຄື: ການຮ່ວມມືເຂດ 3 ຫຼ່ຽມ ພັດທະນາ ຫວຽດນາມ - ລາວ - ກຳປູເຈຍ, ການຮ່ວມມື CLMV (ລວມມີ 4 ປະເທດ: ຫວຽດນາມ, ລາວ, ກຳປູເຈຍ, ມຽນມາ), ການຮ່ວມມື ACMECS (ລວມມີ 5 ປະເທດ: ຫວຽດນາມ, ລາວ, ກຳປູເຈຍ, ມຽນມາ ແລະ ໄທ), ການຮ່ວມມືແມ່ຂອງ - ຍີ່ປຸ່ນ, ການຮ່ວມມືອະນຸພາກພື້ນແມ່ຂອງເປີດກ້ວາງ, ການຮ່ວມມື ອາຊຽນ...ໂດຍຜ່ານບັນດາການເຄື່ອນໄຫວນີ້, ການພົວພັນດ້ານເສດຖະກິດ, ການຄ້າ 2 ຝ່າຍລະຫວ່າງ 2 ປະເທດ ນັບມື້ຶ້ນັບໄດ້ຮັບການປັບປຸງ ແລະ ເພີ່ມທະວີເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ ກໍ່ຄືເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
 ບັນດາຜົນງານກ່ຽວກັບເສດຖະກິດ ແລະ ການຄ້າຈະປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ກ່ວາອີກ ສືບຕໍ່ພັດທະນາຕາມທິດນຳ "ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ", ປະກອບສ່ວນເຂົ້າການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ກໍ່ຄືຊຸກຍູ້ ອາຊຽນ ນັບມື້ນັບເຕີບໂຫຍ່ເຂັ້ມແຂງ./.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top