• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ

ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດໃຫ້ຢູ່ໃນລະດັບທີ່ມີຄຸນນະພາບດີກ່ວາ.
ຈະເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດໃນໄລຍະຈະມາເຖິງ” ນີ້ແມ່ນຄຳເນັ້ນໜັກຂອງທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ທີ່ກອງປະຊຸມສະຫລຸບ 5 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (2014 - 2019) ຊຶ່ງຈັດຕັ້ງຢູ່ ຮ່າໂນ້ຍ ໃນວັນທີ 07 ມິຖຸນາ.

 (ພາບປະກອບ / TTXVN)

 ຕາມທ່ານພົນໂທ ຫງວຽນຈີ໊ວິ້ງ ແລ້ວ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດໃຫ້ຢູ່ໃນລະດັບທີ່ມີຄຸນນະພາບດີກ່ວາ. ກຳນົດທິດໃຫ້ແກ່ການເຄື່ອນໄຫວນີ້ ແມ່ນຕ້ອງເລີ່ມແຕ່ຂັ້ນຕອນການກະກຽມ, ການຝຶກຊ້ອມ, ເສນາທິການ, ການບັນຊາ…ກໍຄືບັນດາກຳລັງຄວາມສາມາດລະອຽດຂອງພະນັກງານ, ນັກຮົບ. ຫວຽດນາມ ກໍ່ເຂົ້າຮ່ວມບັນດາການເຄື່ອນໄຫວນີ້ຢ່າງເລິກກ່ວາ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top