• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ

ວັນທີ 3 ເມສາ, ຢູ່ນະຄອນ ຫາຍຟ່ອງ, ພະແນກທ່ອງທ່ຽວ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ 5 ແຂວງ ແລະ ນະຄອນຢູ່ພາກກາງຄື ກວາງບິ່ງ, ກວາງຈີ, ເທືອທຽນ-ເຫ້ວ, ກວາງນາມ ແລະ ດ່າໜັງ ໄດ້ຈັດຕັ້ງກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວກັບຫາຍຟ່ອງ, ກວາງນິງ.

ຜູ້ຕາງໜ້າຂະແໜງການທ່ອງທ່ຽວ 5 ແຂວງ ແລະ ນະຄອນພາກກາງກໍ່ໄດ້ລົງນາມໃນສັນຍາຮ່ວມມືພັດທະນາການທ່ອງທ່ຽວກັບນະຄອນ ຫາຍຟ່ອງ ແລະ ແຂວງ ກວາງນິງ ໄລຍະ 2022-2025 (ພາບ: TTXVN)

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາຂະແໜງການທ່ອງທ່ຽວທ້ອງຖິ່ນ ແລະ ວິສາຫະກິດໄດ້ແນະນຳບັນດາລາຍການສົ່ງເສີມການຄ້າ, ໂຄສະນາ, ບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ເພື່ອຕ້ອນຮັບແຂກທ່ອງທ່ຽວຈາກ ຫາຍຟ່ອງ, ກວາງນິງ ແລະ ບັນດາແຂວງໃກ້ຄຽງຄື: ຫາຍເຢືອງ, ຖ໊າຍບິ່ງ ໄປຍັງ 5 ແຂວງ, ນະຄອນພາກກາງ.

ຜູ້ຕາງໜ້າຂະແໜງການທ່ອງທ່ຽວ 5 ແຂວງ ແລະ ນະຄອນພາກກາງກໍ່ໄດ້ລົງນາມໃນສັນຍາຮ່ວມມືພັດທະນາການທ່ອງທ່ຽວກັບນະຄອນ ຫາຍຟ່ອງ ແລະ ແຂວງ ກວາງນິງ ໄລຍະ 2022-2025. ບັນດາຝ່າຍຮ່ວມສຳພັນຕາມຫຼັກການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາທ້ອງຖິ່ນ. ເນື້ອໃນຂອງການຮ່ວມສຳພັນ,  ຮ່ວມມືແມ່ນສຸມໃສ່ 3 ຂົງເຂດຄື ການຮ່ວມມືດ້ານການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ, ການຮ່ວມມືພັດທະນາຜະລິດຕະພັນການທ່ອງທ່ຽວ, ການຮ່ວມມືໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top