• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮັບມືຂອງຊາວອົບພະຍົບໃນວິວັດການເຊື່ອມໂຍງ

ການອົບພະຍົບແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ ຂອງວິວັດການການພັດທະນາ, ປະກອບສ່ວນເຂົ້າບັນດາຄຸນຄ່າອັນໃຫຍ່ຫຼວງ ໃຫ້ແກ່ການເຕີບໂຕເສດຖະກິດ ແລະ ພັດທະນາສັງຄົມ, ຊຸກຍູ້ການ ຖ່າຍທອດເຕັກໂນໂລຊີ...
ທ່ານຮອງສາດສະດາຈານ, ປ.ອ ເຈີ່ນກວາງຕຽນ (ພາບ: hanoimoi.vn)

ນີ້ແມ່ນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງຢູ່ກອງປະຊຸມວິທະຍາສາດສາກົນ ດ້ວຍຫົວຂໍ້ວ່າ: “ອົບພະຍົບສາກົນ ແລະ ການເຊື່ອມໂຍງເຂົ້າກັບສັງຄົມ ແລະ. ການພັດທະນາກວມລວມ” ໄດ້ດຳເນີນໃນຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງສາດສະດາຈານ, ປ.ອ ເຈີ່ນກວາງຕຽນ, ຜູ້ອຳນວຍການສະຖາປັນແມ່ຍິງ ຫວຽດນາມ, ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການອົບພະຍົບຢູ່ ຫວຽດນາມ.

  “ຕາມຕົວເລກກ່ຽວກັບການອົບພະຍົບ, ຄິດສະເລ່ຍ, ຫວຽດນາມ ມີຈຳນວນ 110.000 ຄົນໄປເຮັດວຽກຢູ່ຕ່າງປະເທດໃນແຕ່ລະປີ. ໃນນັ້ນ, ຈຳນວນຜູ້ໄປເຮັດວຽກຢູ່ຕ່າງປະເທດໃນແຕ່ລະປີກວມເອົາ 7-10% ຈຳນວນໜ້າວຽກທີ່ໄດ້ແກ້ໄຂໃຫ້ແກ່ຜູ້ອອກແຮງງານ. ການໄປອົບພະຍົບໄດ້ປະກອບສ່ວນສຳຄັນ ເຂົ້າໃນການຫາເງິນລ້ຽງຊີບຄອບຄົວ. ການໄປອົບພະຍົບກໍ່ປະກອບສ່ວນປ່ຽນແປງບົດບາດຍິງ - ຊາຍໃນ ຄອບຄົວ. ພິເສດແມ່ນຢູ່ ຫວຽດນາມ, ພ້ອມກັບການໄປອົບພະພົບສາກົນແລ້ວ ການໄປອົບພະຍົບ ຢູ່ພາຍໃນປະເທດກໍ່ມີການພັດທະນາທີ່ສຸດ”.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ແລະ ນັກຊ່ຽວຊານ ຫວຽດນາມ, ສ.ເກົາຫຼີ, ໄທ ແລະ ຈີນ ໄດ້ສຸມໃສ່ປຶກສາຫາລືບາງເນື້ອໃນ, ຄື: ການອົບພະຍົບ ແລະ ບັນຫາຍິງ - ຊາຍ; ການອົບພະຍົບ ແລະ ເບິ່ງແຍງສຸຂະພາບ; ການອົບພະຍົບ ແລະ ການຊ່ວຍເຫຼືອສັງຄົມ; ບັນດາບັນຫາອື່ນໆກ່ຽວຂ້ອງເຖິງ ການອົບພະຍົບ.

(ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top