• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ອາເມລິກາ

ກະຊວງຕຳຫຼວດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັບສະຖານທູດອາເມລິກາ ປະຈຳຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນແກ້ໄຂ, ຈຳກັດບັນດາຄວາມແຕກໂຕນໃນການພົວພັນ 2 ຝ່າຍ.
ທີ່ການຕ້ອນຮັບອຸປະທູດອາເມລິກາ ປະຈຳຫວຽດນາມ Christopher Klein. (ພາບ: cand.com.vn)

ຕອນບ່າຍວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບອຸປະທູດອາເມລິກາ ປະຈຳຫວຽດນາມ Christopher Klein. ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີີ ເລືອງຕາມກວາງ ຢືນຢັນວ່າ: ກະຊວງຕຳຫຼວດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັບສະຖານທູດອາເມລິກາ ປະຈຳຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນແກ້ໄຂ, ຈຳກັດບັນດາຄວາມແຕກໂຕນໃນການພົວພັນ 2 ຝ່າຍ, ປັບປຸງຄວາມໄວ້ເນື້ອເຊືີ່ອໃຈທາງດ້ານຍຸດທະສາດ, ນຳການພົວພັນ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ.

ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເໜີໃຫ້ສະຖານທູດອາເມລິກາ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ການພົວພັນ 2 ຝ່າຍຫວຽດນາມ - ອາເມລິກາ ເວົ້າລວມ, ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ບັນດາອົງການຄູ່ຮ່ວມມືອາເມລິກາ ເວົ້າສະເພາະໃນບັນດາຂົງເຂດປ້ອງກັນຄວາມສະຫງົບ, ຄວາມປອດໄພທາງເຄືອຂ່າຍອີນເຕີເນັດ, ຄວາມໝັ້ນຄົງດ້ານພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ…

ສ່ວນທ່ານChristopher Klein ເຊື່ອໝັ້ນວ່າ,  ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືໃນວຽກງານລະຫວ່າງບັນດາອົງການທີ່ມີໜ້າທີ່ຂອງ ອາເມລິກາ ແລະ ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ໄດ້ຮັບການຍູ້ແຮງກວ່າອີກ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ຕອນບ່າຍວັນທີ 7 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

Top