
ທີ່ການຕ້ອນຮັບ (ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານ ຮວິ່ງແກັກມ໊າງ ໃຫ້ຮູ້ວ່າ ເຫດການຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ມາຢ້ຽມຢາມ ນະຄອນ ໂຮ່ຈິມິນ ແມ່ນການເຄື່ອນໄຫວພົບປະແລກປ່ຽນສາກົນທີ່ມີຄວາມໝາຍຕໍ່ກັບປະຊາຊົນ ແລະ ໄວໜຸ່ມຂອງນະຄອນ ໂຮ່ຈິມິນ, ແມ່ນກາລະໂອກາດເພື່ອໃຫ້ຮູບພາບນະຄອນ ໂຮ່ຈິມິນ ມີຄວາມໃກ້ຊິດຕິດແທດກວ່າສຳລັບຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ, ພ້ອມທັງຊາວໜຸ່ມນະຄອນ ໂຮ່ຈິມິນ ກໍມີກາລະໂອກາດໃນການພົບປະ, ແລກປ່ຽນບົດຮຽນກັບຊາວໜຸ່ມບັນດາປະເທດຫຼາຍກວ່າອີກ.
ລາຍການ ຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຄັ້ງທີ 45 ປີ 2018 ມີຜູ້ແທນຊາວໜຸ່ມ 326 ຄົນ, ໃນນັ້ນ ມີຜູ້ແທນຊາວໜຸ່ມ ຫວຽດນາມ 29 ຄົນ ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ເປັນເວລາ 52 ວັນ ນັບແຕ່ວັນທີ 24 ຕຸລາ - 12 ທັນວາ.
(ແຫຼ່ງຄັດຈາກ VOV)