• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຕໍ່ສູ້ປົກປັກຮັກສາພື້ນຖານແນວຄິດຂອງພັກ

      ການຕໍ່ສູ້ຕ້ານບັນດາທັດສະນະຜິດພາດ, ເປັນປໍລະປັກ, ປົກປັກຮັກສາ ລັດທິ - ມາກເລນິນ, ແນວຄິດໂຮ່ຈິມິນ ແມ່ນຫນ້າທີ່ສຳຄັນຂອງວຽກງານກໍ່ສ້າງ, ປັບປຸງພັກກອມມູນິດຫວຽດນາມ ປະຈຸບັນ. ຕາມທ່ານສາດສະດາຈານ, ປອ ຫວູວັນຮ່ຽນ, ຮອງປະທານ ສະພາທິດສະດີສູນກາງແລ້ວ, ເພື່ອປະຕິບັດຫນ້າທີ່ນີ້ເປັນຢ່າງດີ, ຄວນຊາບຊຶມ, ປະຕິບັດມະຕິ ເລກທີ 35 ຂອງກົມການເມືອງ ກ່ຽວກັບການ ເພີ່ມທະວີການປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດ, ເປັນປໍລະປັກໃນສະພາບການໃຫມ່ໃຫ້ເຂັ້ມງວດ.

ສະຫາຍຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງຊາບຊຶນມະຕິເລກທີ 32 ຂອງກົມການເມືອງ (ພາບ: dangcongsan.vn)
      ທ່ານ ສາດສະດາຈານ ປອ ຫວູວັນຮ່ຽນ ຢືນຢັນວ່າ: ພື້ນຖານແນວຄິດຂອງພັກ ແມ່ນພາກສ່ວນຫນຶ່ງສຳຄັນໃນຊີວິດດ້ານການເມືອງ, ຈິດໃຈ, ປັດໄຈພື້ນຖານ, ຫລັກແຫລ່ງແກ່ນສານໃນການສ້າງພື້ນຖານ, ປະຖົມປັດໄຈຕັດສິນຊີ້ຂາດທຸກການເຄື່ອນໄຫວກໍ່ສ້າງ, ການດຳເນີນຊີວິດ ແລະ ການຊີ້ນຳນຳພາຂອງພັກ. ເມື່ອພື້ນຖານແນວຄິດຂອງພັກປ່ຽນແປງ, ຈະເຮັດໃຫ້ເປົ້າໝາຍ, ອຸດົມການ, ຫລັກການການຈັດຕັ້ງ, ທິດທາງການເຄື່ອນໄຫວດ້ານການເມືອງກໍ່ປ່ຽນແປງໄປນຳ. ສະນັ້ນ ບັນດາອິດທິກຳລັງເປັນປໍລະປັກໄດ້ກຳນົດວ່າ ເພື່ອປະຕິບັດເປົ້າໝາຍຕ້ານທຳລາຍ, ເຮັດໃຫ້ບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ໝົດຜົນສັກສິດ ບັນຫາສຳຄັນແຖວຫນ້າ ນັ້ນແມ່ນ ຕ້ອງສຸມໃສ່ການບຸກໂຈມຕີ ແນໃສ່ທຳລາຍພື້ນຖານແນວຄິດຂອງພັກ.
ບັນດາຖ້ອຍທຳນອງເປັນປໍລະປັກ
ບັນດາອິດທິກຳລັງປະຕິການໄດ້ຍາດແຍ່ງພາຫະນະສື່ສານ, ອິນເຕີແນັດຢ່າງສຸດຂີດ, ສ້າງສື່ສັງຄົມອອນລາຍ ແລະ blog ເປັນຈຳນວນຫລວງຫລາຍ ເພື່ອສວຍໃຊ້ຄວາມອ່ອນດອ້ຍໃນການຄຸ້ມຄອງ, ພັດທະນາເສດຖະກິດ, ສັງຄົມຂອງລັດ, ສະພາບເຊື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງພະນັກງານ, ສະມາຊິກພັກພາກສ່ວນຫນຶ່ງ ເພື່ອໂຄສະນາ, ປຸກປັ່ນຍຸແຍ່ແບ່ງແຍກພາຍໃນ, ໃສ່ຮ້າຍປ້າຍສີພະນັກງານ, ຈຸດປະສົງຢາກປະຕິເສດບົດບາດການຊີ້ນຳນຳພາຂອງພັກ, ການຄຸ້ມຄອງ, ບໍລິຫານລັດ.
 ໄລຍະມໍ່ໆມານີ້ ພວກມັນໄດ້ຫັນມາສ້າງຖ້ອຍທຳນອງວ່າ: “ຫວຽດນາມ ພວມບໍ່ມີທາງອອກ ບໍ່ພຽງແຕ່ດ້ານເສດຖະກິດເທົ່ານັ້ນ ຫາກຍັງດ້ານຈິດໃຈອີກດ້ວຍ. ບັນດາອິດທິກຳລັງເປັນປໍລະປັກ ໄດ້ປະຕິເສດແນວຄິດໂຮ່ຈິມິນ, ປະຕິເສດບັນດາຫລັກການພື້ນຖານຂອງລັດທິ ມາກ ເລນິນ, ບຸກໂຈມຕີເຂົ້າແນວທາງ ແລະ ບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ. ພວກມັນເວົ້າວ່າ: ພັກກອມມູນິດຫວຽດນາມ ໄດ້ເຮັດຫລ້ອນຫນ້າທີ່ປະຫວັດສາດແມ່ນປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ແຕ່ເງື່ອນໄຂປະຈຸບັນແມ່ນບໍ່ສອດຄ່ອງອີກແລ້ວ, ສະນັ້ນ ຕ້ອງປະໃຫ້ກຳລັງອື່ນ, ກຳລັງໃຫມ່ ນຳປະເທດຊາດກ້າວຂຶ້ນ.
ປົກປັກຮັກສາພື້ນຖານແນວຄິດຂອງພັກໃຫ້ໝັ້ນແກ່ນ
ຕາມສາດສະດາຈານ ປອ ຫວູວັນຮ່ຽນ ແລ້ວ, ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກ, ຄະນະເລຂາ ແລະ ກົມການເມືອງ, ການແນະນຳຂອງບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ, ການຊີ້ນຳນຳພາ, ການຄຸ້ມຄອງ ບໍລິຫານຂອງອົງຄະນະພັກທຸກຂັ້ນ, ຜູ້ນຳຫນ້າບັນດາອົງການ, ທ້ອງຖິ່ນ, ຫົວຫນ່ວຍ, ການຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດ, ເປັນປໍລະປັກເຂົ້າພື້ນຖານແນວຄິດຂອງພັກ ໄດ້ຮັບການປະຕິບັດຢ່າງກວ້າງຂວາງໃນທຸກຂົງເຂດ, ບັນລຸໄດ້ໝາກຜົນສຳຄັນ.
ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ປະຊາຊົນທຸກຊັ້ນວັນນະ ລ້ວນແຕ່ມີຄວາມຮັບຮູ້ຢ່າງຖືກຕ້ອງຕໍ່ລັດທິ ມາກ - ເລນິນ, ແນວຄິດໂຮ່ຈິມິນ, ຢຶດໝັ້ນເປົ້າໝາຍເອກະລາດຂອງຊາດ ແລະ ສັງຄົມນິຍົມ, ເຊື່ອໝັ້ນຕໍ່ໂຄງການການເມືອງ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ. ລັດທິ ມາກ - ເລນິນ, ແນວຄິດໂຮ່ຈິມິນ ໄດ້ຮັບການຮັກສາຢ່າງໝັ້ນແກ່ນ, ຢັ້ງຢືນທີ່ຕັ້ງສຳຄັນໃນຊີວິດດ້ານການເມືອງ - ດ້ານຈິດໃຈ ຢູ່ ຫວຽດນາມ, ກາຍເປັນພື້ນຖານແນວຄິດ, ເປັນເຂັມຊີ້ທິດແກ່ການກະທຳຂອງພັກ.
ສາດສະດາຈານ ປອ ຫວູວັນຮ່ຽນ ເນັ້ນຫນັກວ່າ: ເພື່ອເພີ່ມທະວີຄວາມເປັນເອກະພາບດ້ານແນວຄິດ ແລະ ການກະທຳຂອງທົ່ວພັກ, ຄວາມເຫັນດີເຫັນພ້ອມຂອງສັງຄົມ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ, ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຈະມາເຖິງຢ່າງລອບຄອບຖີ່ຖ້ວນ, ມີຄຸນນະພາບ ແລະມີປະສິດທິຜົນ, ຄວນຊາບຊຶມຢ່າງເລິກເຊິ່ງ ແລະ ຈັດຕັ້ງການປະຕິບັດມະຕິເລກທີ 35 ຂອງກົມການເມືອງຢ່າງມີປະສິດທິຜົນທີ່ສຸດ, ມຸ່ງໄປເຖິງຈຸດໝາຍແມ່ນປັບປຸ່ງຄວາມໄວ້ເນື້ອເຊື່ອໃຈ, ເຮັດແນວໃດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ມີຄວາມໝັ້ນໃຈຕໍ່ລັດທິ ມາກ - ເລນິນ, ແນວຄິດໂຮ່ຈິມິນ, ເຊື່ອໝັ້ນຕໍ່ໄຊຊະນະຂອງພາລະກິດປະຕິວັດ, ຕັດສິນໃຈປະຕິບັດຫນ້າທີ່ກໍ່ສ້າງພັກ ແລະ ປົກປັກຮັກສາປະເທດຊາດເປັນຢ່າງດີ.
ຕາມສາດສະດາຈານ ປອ ຫວູວັນຮ່ຽນ ແລ້ວ, ເພື່ອປະຕິບັດເປົ້າໝາຍນີ້ໃຫ້ໄດ້, ອົງຄະນະພັກທຸກຂັ້ນ ຄວນເພີ່ມທະວີການຊີ້ນຳນຳພາ, ເສີມຂະຫຍາຍບົດບາດຄຸ້ມຄອງ, ບໍລິຫານຂອງອຳນາດການປົກຄອງ, ບົດບາດເປັນເສນາທິການຂອງອົງການຈັດຕັ້ງທຸກຂັ້ນຕໍ່ວຽກງານຕໍ່ສູ້, ປະຕິເສດບັນດາຖ້ອຍທຳນອງທີ່ຜິດພາດ, ເປັນປໍລະປັກ. ເພີ່ມທະວີ ແລະ ຍົກສູງຄຸນນະພາບການສຶກສາທິດສະດີການເມືອງ, ແນວຄິດ, “ການຮັບມືດ້ວຍຕົນເອງ”ໃຫ້ແກ່ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນ. ສົມທົບກັນຢ່າງແຫນ້ນແຟ້ນລະຫວ່າງບັນດາກຳລັງທີ່ມີຫນ້າທີ່ຮັບຜິດຊອບ, ຫັນເປັນຫລາຍຮູບແບບການຕໍ່ສູ້ປະຕິເສດບັນດາຖ້ອຍທຳນອງທີ່ຜິດພາດ, ເປັນປໍລະປັກ, ເຮັດໃຫ້ກົນອຸບາຍ, ເລ່ຫລ່ຽມ “ການຜັນປ່ຽນໂດຍສັນຕິ” ຂອງບັນດາອິດທິກຳລັງເປັນປໍລະປັກ, ປ້ອງກັນພັກ, ປະຊາຊົນ, ລັດ, ກິດຈະການປ່ຽນແປງໃຫມ່, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ, ປົກປັກຮັກສາຜົນປະໂຫຍດຂອງຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top