• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຄຸ້ມຄອງສິ່ງເສດເຫຼືອທີ່ເປັນຂອງແຂງ ແລະ ຂີ້ເຫຍື້ອຢາງປຼາດສະຕິກ

ວັນທີ 18 ມິຖຸນາ, ທີ່ນະຄອນ ຕຸຍຮ່ວາ, ຄະນະກຳມະການປະຊາຊົນແຂວງ ຝູອຽນ ໄດ້ສົມທົບກັບອົງການສາກົນກ່ຽວກັບການອະນຸລັກທຳມະຊາດໂລກປະຈຳ ຫວຽດນາມ (WWF ຫວຽດນາມ) ຈັດຕັ້ງກອງປະຊຸມເພີ່ມທະວີວຽກງານຄຸ້ມຄອງສິ່ງເສດເຫຼືອທີ່ເປັນຂອງແຂງ ແລະ ຂີ້ເຫຍື້ອຢາງປຼາດສະຕິກໃນບໍລິເວນແຂວງ. 

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດທາບທາມຄວາມເຫັນຫລາຍບົດກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ບັນດາມາດຕະການຄຸ້ມຄອງສິ່ງເສດເຫຼືອ, ຂີ້ເຫຍື້ອໃນບໍລິເວນແຂວງ.

ບັນດາຜູ້ແທນໄດ້ຮັບຟັງບົດທາບທາມຄວາມເຫັນຫລາຍບົດກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ບັນດາມາດຕະການຄຸ້ມຄອງສິ່ງເສດເຫຼືອ, ຂີ້ເຫຍື້ອໃນບໍລິເວນແຂວງ ຝູອຽນ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈີ໊ຮ໊ຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ຝູອຽນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທາງແຂວງ ຝູອຽນ ຈະຍູ້ແຮງວຽກງານໂຄສະນາຍົກສູງສະຕິຄວາມຮັບຮູ້ໃນວົງຄະນະຍາດ, ຍົກສູງການເກັບໂຮມ, ຂົນຍ້າຍສິ່ງເສດເຫຼືອຢ່າງມີປະສິດທິຜົນ; ທະວີຄູນບັນດາຮູບແບບດີເດັ່ນໃນການກຳຈັດຂີ້ເຫຍືຶ້ອຢາງປຼາດສະຕິກ, ຕິດຕາມກວດການການເກັບໂຮມ, ຂົນຍ້າຍຂີ້ເຫຍື້ອຢາງປຼາດສະຕິກ. ທາງແຂວງຈະສູ້ຊົນຮອດປີ 2020 ແມ່ນຫລຸດຜ່ອນປະລິມານຂີ້ເຫຍື້ອຢາງປຼາດສະຕິກທີ່ຖີ້ມໃສ່ສິ່ງແວດລ້ອມໃນບໍລິເວນແຂວງໃຫ້ໄດ້ 30%.

        ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງ ຝູອຽນ, ອົງການ WWF ຫວຽດນາມ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ເຊັນຄຳໝັ້ນສັນຍາເຂົ້າຮ່ວມໂຄງການຄຸ້ມຄອງຂີ້ເຫຍື້ອປຼາດສະຕິກຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top