• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປົ້າ​ໝາຍ​ສູງ​ສຸດ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ແມ່ນ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ ໃຫ້​ແກ່​ປະ​ຊາ​ຊົນ

ຕອນເຊົ້າວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມທາງໄກທົ່ວປະເທດສະຫຼຸບວຽກງານປີ 2021, ຜັນຂະຫຍາຍແຜນການເຄື່ອນໄຫວປີ 2022 ຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດ.
ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ເນັ້ນໜັກວ່າ ໃນຜົນງານລວມຂອງ ຫວຽດນາມ ໃນປີ 2021, ຂະແໜງກະສິກຳ ມີການປະກອບສ່ວນສຳຄັນທີ່ສຸດ ດ້ວຍບົດບາດເປັນເສົາຄ້ຳເສດຖະກິດຂອງປະເທດຊາດໃນຍາມປະສົບກັບຄວາມຫຍຸ້ງຍາກ. ຂະແໜງກະສິກຳມີການເຕີບໂຕ 2,85%, ປະກອບສ່ວນເຂົ້າໃນການເຕີບໂຕເປັນບວກຂອງ ຫວຽດນາມ; ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸກວ່າ 48,6 ຕື້ USD, ລື່ນກາຍ 6,6 ຕື້ USD ເມື່ອທຽບໃສ່ຄາດໝາຍໄດ້ວາງອອກ… ທ່ານກໍຊີ້ແຈ້ງວ່າ ປີ 2022 ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ,  ສະນັ້ນ ຮຽກຮ້ອງໃຫ້ຂະແໜງກະສິກຳວາງເປົ້າໝາຍສູງກວ່າໃຫ້ແກ່ປີ 2022, ລະອຽດແມ່ນ ການເຕີບໂຕແມ່ນຕ້ອງ 3% ຂຶ້ນໄປ, ການສົ່ງອອກຕ້ອງບັນລຸໝາກຜົນສູງກວ່າປີ 2021; ພ້ອມດຽວກັນນັ້ນ ສືບຕໍ່ສ້າງລະບອບລະບຽບການ, ກົນໄກ, ນະໂຍບາຍໃຫ້ສົມບູນແບບເພື່ອພັດທະນາຂະແໜງກະສິກຳແບບຍືນຍົງ, ຕາມລວງເລິກ, ຍົກສູງສະມັດຕະພາບການອອກແຮງງານໂດຍອີງໃສ່ວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການຫັນເປັນດີຈີຕອນ.

       ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍຮຽກຮ້ອງໃຫ້ສ້າງຕະຫຼາດດ້ວຍຫຼາຍຮູບແບບ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນ, ຍົກສູງຄວາມສາມາດແກ້ງແຍ້ງຂອງຂະແໜງ ແລະ ຂອງບັນດາຜະລິດຕະພັນ, ຂຸດຄົ້ນສັນຍາການຄ້າເສລີ 17 ສະບັບທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນສູງສຸດ. ທ່ານເນັ້ນໜັກວ່າ ເປົ້າໝາຍສຸດທ້າຍແມ່ນຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top