• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ສັງ​ກາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ຈີນ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ຈີນ ຫາກໍສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 12 – 13 ທັນວາ ຢ່າງຈົບງາມ. ການຢ້ຽມຢາມມີຄວາມໝາຍຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງພັກ, ສອງລັດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານພິທີຕ້ອບຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

ໃນການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ້າງຂວາງ ແລະ ຍົກຂຶ້ນສູ່ລະດັບສູງໃໝ່, ສ້າງປະຊາຄົມ ຫວຽດນາມ - ຈີນ ພ້ອມກັນແບ່ງປັນໃນອະນາຄົດ. ເລື່ອງສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນ ພ້ອມກັບການລົງນາມໃນເອກະສານຮ່ວມມື 36 ສະບັບໃນຫຼາຍຂົງເຂດໃນໂອກາດນີ້ ໄດ້ສ້າງທ່ວງທ່າແກ່ການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຢັ້ງຢືນວ່າ:    

“ໜຶ່ງໃນບັນດາທິດທາງການຮ່ວມມືພື້ນຖານ ແລະ ສຳຄັນທີ່ສຸດຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ ທີ່ໄດ້ຢັ້ງຢືນໃນຖະແຫຼງການຮ່ວມແມ່ນ ປັບປຸງພື້ນຖານສັງຄົມນິຍົມຢ່າງໝັ້ນແກ່ນກວ່າ. ບັນດາຄວາມມຸ່ງມາດປາດຖະໜາຢ່າງເລິກເຊິ່ງຂອງປະຊາຊົນສອງປະເທດນັບແຕ່ປາງກ່ອນມາຮອດປັດຈຸບັນ ກ່ຽວກັບໄມຕີຈິດມິດຕະພາບ, ສັນຕິພາບ, ການຮ່ວມມື ແລະ ພັດທະນານັ້ນ ແມ່ນແຫຼ່ງກຳລັງແຮງມະຫາສານ ແລະ ແມ່ນພື້ນຖານອັນໝັ້ນແກ່ນແກ່ຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສຂອງການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຖານອ້າຍນ້ອງ ບົນເສັ້ນທາງສ້າງລັດທິສັງຄົມນິຍົມ.”      

ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ບັນລຸໄດ້ຫຼາຍໝາກຜົນສຳຄັນນັ້ນ, ບໍ່ພຽງແຕ່ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ປະຊາຊົນສອງປະເທດ ຫວຽດນາມ - ຈີນ ເທົ່ານັ້ນ, ຫາກຍັງສ້າງແຫຼ່ງກຳລັງໜູນຢ່າງແຮງກ້າ ເພື່ອເປີດໄລຍະໃໝ່ໃນການພົວພັນສອງຝ່າຍໃນຈຸດເວລາເລີ່ມຕົ້ນທີ່ສູງກວ່າ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top