• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ຕົວ​ທະ​ນາ​ຄານ ແຊນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ກົດປຸ່ມເປີດນຳໃຊ້ ທະນາຄານ ແຊນ (DNA) ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຮູ້ລາຍຊື່, ຂໍ້ມູນ ແລະ ຍາດຕິພີ່ນ້ອງຢ່າງເປັນທາງການ.
ພິທີເປີດຕົວທະນາຄານ ແຊນນັກຮົບເສຍສະຫຼະຊີວິດເພື່ອຊາດ

ຫວ່າງແລ້ວນີ້, ເນື່ອງໃນໂອກາດວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 77 ປີ (27 ກໍລະກົດ 1947 - 27 ກໍລະກົດ 2024), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ກົດປຸ່ມເປີດນຳໃຊ້ ທະນາຄານ ແຊນ (DNA) ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຮູ້ລາຍຊື່, ຂໍ້ມູນ ແລະ ຍາດຕິພີ່ນ້ອງຢ່າງເປັນທາງການ.

ການກໍ່ສ້າງທະນາຄານດັ່ງກ່າວໃຫ້ແກ່ນັກຮົບ ເສຍສະຫຼະຊີວິດ ເພື່ອຊາດ  ແລະ ຍາດຕິພີນ້ອງແມ່ນຄວາມຫວັງຂອງປະຊາຊົນທົ່ວປະເທດວ່າໃນອະນາຄົດອັນໃກ້ນີ້, ບັນດານັກຮົບທີ່ເສຍສະຫຼະ ຊີວິດເພື່ອພາລະກິດປົກປັກຮັກສາປະເທດຊາດຈະໄດ້ຮັບການທ້ອນໂຮມແລະກໍານົດລາຍຊື່.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ການເຄື່ອນໄຫວຂອງທະນາຄານແຊນ ແມ່ນມຸ່ງໄປເຖິງຈຸດໝາຍ ຮອດປີ 2030 ກຳນົດລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ ດ້ວຍການກວດ DNA ປະມານ 20.000 ຕົວຢ່າງ, ພະຍາຍາມຢັ້ງຢືນລາຍຊື່ໃຫ້ແກ່ນັກຮົບຢູ່ 60% ຈຳນວນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ຮູ້ລາຍຊື່ ແລະ ຍາດພີນ້ອງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top