• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງຄູ່ດ່ານຊາຍແດນສຳຮອງ ນ້ຳແຫຼ້ງ (ເຊິນລາ) - ເມືອງເປີ (ຫົວພັນ, ລາວ

      ວັນທີ 9 ກໍລະກົດ, ທີ່ດ່ານຊາຍແດນນ້ຳແຫຼ້ງ (ເມືອງສົບກົບ, ແຂວງເຊິນລາ) ແລະ ແຂວງຫົວພັນ (ລາວ)ໄດ້ຈັດຕັ້ງພິທີເປີດສະຫຼອງຄູ່ຊາຍແດມສຳຮອງ ນ້ຳແຫຼ້ງ (ຫວຽດນາມ) ແລະ ເມືອງເປີ (ຫົວພັນ, ລາວ). 

ພິທີເປີດສະຫຼອງ (ພາບ: ຫງວຽນເກືອງ - TTXVN)
      ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງວັນເຈີດ ເລຂາຄະນະພັກແຂວງເຊິນລາໄດ້ເນັ້ນໜັກວ່າ ນີ້ແມ່ນເຫດການດ້ານການເມືອງທີ່ມີຄວາມໝາຍສຳຄັນຕໍ່ອົງຄະນະພັກ, ອຳນາການປົກຄອງ, ປະຊາຊົນບັນດາເຜົ່າຂອງສອງແຂວງເຊິນລາ - ຫົວພັນ ແລະ ສອງປະເທດ ຫວຽດນາມ - ລາວ, ເລື່ອງຜັນຂະຫຍາຍຄູ່ດ່ານຊາຍແດນ ນີ້ຈະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຢູ່ຊາຍແດນໄດ້ໄປມາຫາສູ່ກັນ, ແລກປ່ຽນສິນຄ້າ, ເຮັດການບໍລິການກໍ່ຄືການຄຸ້ມຄອງປະຊາຊົນ, ຍານພາຫະນະ, ຮັບປະກັນການນຳເຂົ້າ - ສົ່ງອອກສິນຄ້າຕາມຂໍ້ກຳນົດ, ສະກັດກັ້ນ ແລະ ແກ້ໄຂບັນຫາຫຍຸ້ງຍາກ, ສັບສົນໃນບໍລິເວນເຂດຊາຍແດນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງປະເທດໄດ້ຮັບການປັບປຸງ, ພ້ອມທັງເພີ່ມທະວີການເພີ່ມພູນຄູນສ້າງຄວາມສາມັກຄີທີ່ເປັນມູນເຊື້ອ, ສາຍພົວພັນມິດຕະພາບທີ່ສັດຊື່ບໍລິສຸດ. ໂປງໃສລະຫວ່າງສອງປະເທດ ຫວຽດນາມ - ລາວ, ສອງແຂວງ ເຊິນລາ - ຫົວພັນໃຫ້ນັບມື້ນັບພັດທະນາ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top