• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດຕົວປະຕູຖານຂໍ້ມູນທະນາຄານແນວຄວາມຄິດປະດິດຄິດສ້າງຂອງຊາວໜຸ່ມ

       ຕອນເຊົ້າວັນທີ 11 ມິຖຸນາ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເປີດຕົວປະຕູຖານຂໍ້ມູນທະນາຄານແນວຄວາມຄິດປະດິດຄິດສ້າງຂອງຊາວໜຸ່ມ ຫວຽດນາມ.

ອ້າຍ ເລກວກຟອງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ
      ປະຕູຖານຂໍ້ມູນທະນາຄານແນວຄວາມຄິດປະດິດຄິດສ້າງ ຫວຽດນາມ ໄດ້ປະກົດອອກດ້ວຍ 2 ຮູບການລວມມີ: ເວັບໄຊ ytuongsangtao.net ແລະ ໂປຼແກຼມໃນມືຖື. ນີ້ແມ່ນເວັບໄຊເຊື່ອມຕໍ່, ຮັບເອົາ, ແບ່ງປັນບັນດາແນວຄວາມຄິດປະດິດຄິດສ້າງໃນໝູ່ຊາວໜຸ່ມ, ເຍົາວະຊົນ. ອ້າຍ ເລກວກຟອງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ ກ່າວວ່າ:
        “ພວກຂ້າພະເຈົ້າຮ່ວມເດີນທາງ, ໜູນຊ່ວຍພວກເພື່ອນນັບແຕ່ເລື່ອງພວກເພື່ອນມີແນວຄວາມຄິດ, ເຮັດແນວໃດ ເພື່ອໃຫ້ແນວຄວາມຄິດນັ້ນ ປະກົດຜົນເປັນຈິງ, ຫຼື ພັດທະນາແນວຄວາມຄິດຄືແນວໃດນັ້ນ ຄະນະຊາວໜຸ່ມຈະເຂົ້າຮ່ວມ, ດ້ວຍບັນດາກົນໄກ, ບັນດານັກວິທະຍາສາດ, ນັກຊ່ຽວຊານ ແລະ ຕົວຊາວໜຸ່ມເອງຕ້ອງໜູນຊ່ວຍ. ສະໂມສອນປະລິນຍາເອກໜຸ່ມ, ບັນດາອົງການສາມັກຄີເຊື່ອມຕໍ່ນຳກັນ, ໜູນຊ່ວຍກັນຢູ່ບັນດາຂົງເຂດ
        ເນື່ອງໃນໂອກາດນີ້, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງພາຍໃນ ຫວຽດນາມ ປຸກລະດົມການເສັງ “ແນວຄວາມຄິດປະດິດຄິດສ້າງກ່ຽວກັບການປະຕິຮູບດ້ານການບໍລິຫານ”.   
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top