• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.
ພາບລວມໃນກອງປະຊຸມ

ປີ 2025, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນບັນລຸຜົນສຳເລັດຫຼາຍຢ່າງທີ່ມີຄວາມໝາຍຍຸດທະສາດ. ຫວຽດນາມ ໄດ້ຍົກລະດັບການພົວພັນກັບ 17 ປະເທດ, ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມື 350  ສະບັບ (ທົບ 2,5 ເທົ່າປີ 2024) ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ ແມ່ນຈຸດສຸມ ແລະ ໄດ້ຮັບການຊຸກຍູ້ກັບຫຼາຍຄູ່ຮ່ວມມືຫຼັກແຫຼ່ງ, ສຳຄັນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງຄວາມຕັດສິນໃຈການເຕີບໂຕເສດຖະກິດບັນລຸລະດັບ 2 ຕົວເລກໃນປີນີ້ ແລະ ສະເໜີຕ້ອງເປັນເຈົ້າການຕັ້ງໜ້າໃນການປະຕິບັດວຽກງານການຕ່າງປະເທດເສດຖະກິດ, ປະກອບສ່ວນຊຸກຍູ້ການເຕີບໂຕບັນລຸລະດັບ 2 ຕົວເລກ, ຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

ທ່ານນາຍົກລັດຖະມົນຕີ ສະເໜີຖືຈຸດສຸມໃນການ ການປະຕິບັດວຽກງານການຕ່າງປະເທດເສດຖະກິດ ຕາມການກຳນົດທິດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຂອງກົມການເມືອງ. ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການພັດທະນາສີຂຽວໃນສັງກາດດີຈີຕອນ, ເຊື່ອມໂຍງນັກວິທະຍາສາດ, ປັນຍາຊົນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ກຳປູເຈຍ: ຮ່ວມແຮງຮ່ວມໃຈກໍ່ສ້າງເຂດຊາຍແດນແຫ່ງຄວາມສາມັກຄີ, ມິດຕະພາບອັນໝັ້ນແກ່ນ

ຫວຽດນາມ - ກຳປູເຈຍ: ຮ່ວມແຮງຮ່ວມໃຈກໍ່ສ້າງເຂດຊາຍແດນແຫ່ງຄວາມສາມັກຄີ, ມິດຕະພາບອັນໝັ້ນແກ່ນ

ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ພ້ອມກັບຄວາມເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ໄດ້ປະກອບສ່ວນປັບປຸງຄວາມເປັນລະບຽບຮຽບຮ້ອຍ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບອັນໝັ້ນແກ່ນລະຫວ່າງ ຫວຽດນາມ - ກຳປູເຈຍ.

Top