• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 3 ໂຄງ​ການ​ລົງ​ທຶນ​ຮາກ​ຖານ​ວັດ​ຖຸ ໃຫ້​ແກ່​ບັນ​ດາ​ໂຮງ​ຮຽນ​ພິ​ເສດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນສະແດງໃຫ້ເຫັນວິໄສທັດຍຸດທະສາດ, ແງ່ຫວັງພັດທະນາມະນຸດ, ນ້ຳໃຈເຂິ່ງພັກ, ລັດ ແລະ ປະຊາຊົນສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 11 ມັງກອນ, ຢູ່ໄທງວຽນ ແຂວງເຂດພູສູງທາງທິດເໜືອ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ 3 ໂຄງການລົງທຶນຮາກຖານວັດຖຸໃຫ້ແກ່ບັນດາໂຮງຮຽນພິເສດ: ໂຮງຮຽນມັດທະຍົມຕອນປາຍເຂດພູສູງ ຫວຽດບັກ, ໂຮງຮຽນກຽມມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ ແລະ ໂຮງຮຽນກຽມມະຫາວິທະຍາໄລ ຊົນເຜົ່າເຊິ່ມເຊີນ. ນີ້ແມ່ນບັນດາໂຄງການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນສະແດງໃຫ້ເຫັນວິໄສທັດຍຸດທະສາດ, ແງ່ຫວັງພັດທະນາມະນຸດ, ນ້ຳໃຈເຂິ່ງພັກ, ລັດ ແລະ ປະຊາຊົນສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ. ທ່ານໃຫ້ຮູ້ວ່າ

ການລົງທຶນກໍ່ສ້າງບັນດາໂຮງຮຽນເຂດພູສູງ, ຊົນເຜົ່າສ່ວນໜ້ອຍ ແມ່ນການລົງທຶນໃຫ້ແກ່ການພັດທະນາ, ການລົງທຶນໃຫ້ແກ່ນ້ຳໃຈຊົນຊາດ, ພໍ່ແມ່ພີ່ນ້ອງ. ການສຶກສາລູກຫຼາຍຊາວຊົນເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ບໍ່ພຽງແຕ່ແມ່ນການສອນຕົວໜັງສືເທົ່ານັ້ນ ຫາກຍັງແມ່ນຂໍ້ກຸນແຈ່ ເພື່ອເປີດອອກໂອກາດພັດທະນາ, ສ້າງການຫາເງິນລ້ຽງຊີບຍາວນານ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັກສາສະຖຽນລະພາບການເມືອງ ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

(ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top