• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ​ຫວຽດ​ນາມ​ ອາ​ໄສ​ຢູ່ ອິນ​ໂດ​ເນ​ເຊຍ ຄັ້ງ​ຄວາມ​ຫວັງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ

ຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນໂດເນເຊຍ ມີຄວາມຄາດຫວັງວ່າກອງປະຊຸມໃຫຍ່ຈະເປີດເສັ້ນທາງໃໝ່ໃຫ້ແກ່ປະເທດຊາດ.
ທ່ານ ທ້າຍແທັງລອງ, ຫົວໜ້າຄະນະຕິດຕໍພົວພັນສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ອິນໂດເນເຊຍ (ພາບ: VOV)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກແມ່ນຂີດໝາຍສຳຄັນໃນວິວັດການພັດທະນາປະເທດຊາດ. ຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນໂດເນເຊຍ ມີຄວາມຄາດຫວັງວ່າກອງປະຊຸມໃຫຍ່ຈະເປີດເສັ້ນທາງໃໝ່ໃຫ້ແກ່ປະເທດຊາດ. ທ່ານ ທ້າຍແທັງລອງ, ຫົວໜ້າຄະນະຕິດຕໍພົວພັນສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ອິນໂດເນເຊຍ ໃຫ້ຮູ້ວ່າ:

ຂ້າພະເຈົ້າຍາມໃດກໍ່ຕິດຕາມ ແລະ ຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່, ຍ້ອນວ່າແຕ່ລະລັດຖະນະໂຍບາຍຕັດສິນຂອງພັກລ້ວນແຕ່ໄດ້ຕິດພັນກັບອະນາຄົດ ແລະ ຖານະບົດບາດຂອງປະເທດຊາດ, ກໍ່ຄືໃນອະນາຄົດຂອງປະຊາຊົນ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຈະເລືອກເອົາຖັນແຖວພະນັກງານການນຳ ອາດສາມາດສ້າງບາດກ້າວບຸກທະລຸໃຫ້ແກ່ປະເທດຊາດໃນໄລຍະຈະມາເຖິງ. ໂດຍແມ່ນຜູ້ຄົນເຮັດວຽກກັບວິສາຫະກິດ ຫວຽດນາມ ຢູ່ ອິນໂດເນເຊຍ, ຂ້າພະເຈົ້າກໍ່ມີຄວາມປາດຖະນາຢາກໃຫ້ປະເທດຊາດພັດທະນາແບບຍືນຍົງ, ຄຸ້ມຄອງມີປະສິດທິຜົນ, ລະບົບກົດໝາຍເປັນປົກກະຕິ ແລະ ສະພາບແວດລ້ອມແຫ່ງການລົງທຶນມີຄວາມໂປ່ງໄສ, ຂ້າພະເຈົ້າຫວັງວ່າ ພັກ ແລະ ລັດ ຈະສືບຕໍ່ສ້າງສະພາບແວດລ້ອມດ້ານນິຕິກຳທີ່ມີຄວາມສະດວກກວ່າອີກເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ກັບເມືອເຮັດວຽກ, ລົງທຶນ ແລະ ຄົ້ນຄ້ວາ.

(ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top