• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກຳປູເຈຍ: ຮ່ວມແຮງຮ່ວມໃຈກໍ່ສ້າງເຂດຊາຍແດນແຫ່ງຄວາມສາມັກຄີ, ມິດຕະພາບອັນໝັ້ນແກ່ນ

ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ພ້ອມກັບຄວາມເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ໄດ້ປະກອບສ່ວນປັບປຸງຄວາມເປັນລະບຽບຮຽບຮ້ອຍ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບອັນໝັ້ນແກ່ນລະຫວ່າງ ຫວຽດນາມ - ກຳປູເຈຍ.
ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັນມອບງົວພັນຄຸນນະພາບສູງໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ (ພາບ: bienphong.com.vn)

ການກໍ່ສ້າງເຂດຊາຍແດນມິຕະພາບ ຫວຽດນາມ - ກຳປູເຈຍ ຍາມໃດກໍ່ແມ່ນບຸລິມະສິດ ແລະ ເປົ້າໝາຍລວມຂອງ ລັດກອງທັບ ແລະ ປະຊາຊົນ 2 ປະເທດເຊິ່ງໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາຜ່ານບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດວັດທະນະທຳສັງຄົມ ແລະ ການພົບປະແລກປ່ຽນປະຊາຊົນ. ຫວ່າງມໍ່ໆມານີ້ງານພົບປະແລປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ເຂດຊາຍແດນ ໄຕນິງ (ຫວຽດນາມ) ແລະ  Svay Rieng (ກປູເຈຍ). ບັນດາການເຄື່ອນໄຫວທີ່ມຄວາມໝາຍພ້ອກັບຄວາມເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ໄດ້ປະກອບສ່ວນປັບປຸງຄວາມເປັນລະບຽບຮຽບຮ້ອຍເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນໝັ້ນແກ່ນລະຫວ່າງ ຫວຽດນາມ - ກປູເຈຍ.

        ທີ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກຳປູເຈຍ ເຊິ່ງຈັດຂຶ້ນຢູ່ຕາແສງ ເບັນເກົ່າ, ແຂວງ ໄຕນິງ ຫວ່າງແລ້ວນີ້. ທ່ານ ໂຮ່ວັນລາມ, ປະຊາຊົນຢູ່ຕາແສງ ເບັນເກົ່າ, ໃຫ້ຮູ້ວ່າ ຄອບຄົວຂອງທ່ານດຳລົງຊີວິດຢູ່ເຂດຕິດກັບເຂດຊາຍແດນ, ການໄປມາລະຫວ່າງ 2 ຟາກກໍ່ກາຍເປັນການດຳລົງຊີວິດທີ່ລື້ງເຄີຍ. ແຕ່ລະເຊົ້າ, ລູກສາວຂອງທ່ານໄດ້ກະກຽມເຄື່ອງກິນເພື່ອນຳໄປຂາຍຢູ່ຟາກ ກຳປູເຈຍ, ຕອນທ່ຽງກໍ່ກັບມາ ຫວຽດນາມ.

ປະຊາຊົນຢູ່ເຂດຊາຍແດນປາດຖະໜາວ່າ ການໄປມາຄ້າຂາຍຈະມີຄວາມສະດວກ. ຄວາມສາມັກຄີລະຫວ່າງປະຊາຊົນ 2 ຝ່າຍໄດ້ຊ່ວຍໃຫ້ການແລກປ່ຽນິນຄ້າ, ການພົບປະແລກປ່ຽນວັດທະນະທຳ ດຳເນີນໄປເປັນປະຈຳສ້າງໂອກາດຕິດພັນ ແລະ ເຮັດໃຫ້ຜູ້ໃດກໍ່ມີຄວາມປິຕິຊົມຊື່ນ”.

ບໍ່ພຽງແຕ່ຝ່າຍ ຫວຽດນາມ ເທົ່ານັ້ນ, ປະຊາຊົນ ກຳປູເຈຍ ກໍ່ໄດ້ຮັບການໜູນຊ່ວຍຢ່າງແທດຈິງ. ໃນຂອບເຂດຂອງງານບຸນພົບປະແລກປ່ຽນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັນມອບງົວພັນຄຸນນະພາບສູງໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ (ແຕ່ລະຝ່າຍມີ 10 ຄອບຄົວ), ເພື່ອແນໃສ່ໜູນຊ່ວຍການພັດທະນາເສດຖະກິດຄອບຄົວ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກແບບຍືນຍົງ. ແບ່ງປັນຄວາມປິຕິຊົມຊື່ນເມື່ອໄດ້ຮັບງົວພັນໃນຄັ້ງນີ້, ອ້າຍ Ouch Narith ແລະ ເອື້ອຍ Sray Mau, ຢູ່ຕາແສງ Monorom, ເມືອງ Svay Teap, ກຳປູເຈຍ, ກ່າວຄວາມໃນໃຈວ່າ:

“ຂ້າພະເຈົ້າບໍ່ເຄີຍມີງົວພັນຄຸນນະພາບດີຄືແນວນີ້ຈັກເທື່ອ. ຂ້າພະເຈົ້າຈະພະຍາຍາມລ້ຽງໃຫ້ດີເພື່ອໃຫ້ມັນເກີດແມ່ແຜ່ລູກອອກຫຼາຍກວ່າ. ຈາກນັ້ນກໍ່ຈະສາມາດພັດທະນາເສດຖະກິດຄອບຄົວບໍ່ຂາດເຂີນຄືໃນປະຈຸບັນອີກ”.

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮັບງົວພັນໂດຍບໍ່ເສຍຄ່າ. ຂ້າເຈົ້າຈະລ້ຽງມັນໃຫ້ເປັນຢ່າງດີຄືດັ່ງລູກຂອງຕົນແທ້. ເຮັດຄືແນວນັ້ນ ຜູ້ທີ່ໄດ້ມອບງົວໃຫ້ຂ້າພະເຈົ້າໃນມື້ນີ້ ຈຶ່ງບໍ່ຜິດຫວັງ”.

(ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມອບປາຍສັນຍາລັກໂຮງຮຽນ Sang Sovan ໃຫ້ແກ່ຜູ້ຕາງໜ້າໂຮງຮຽນ)

ໃນຫຼາຍປີມານີ້, ການດຳເນີນຊີວິດ, ການພົບປະແລກປ່ຽນ, ຄ້າຂາຍຂອງປະຊາຊົນຢູ່ 2 ຟາກຊາຍແດນໄດ້ຮັບການຮັກສາໄວ້ເປັນປົກກະຕິ,ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກຳລັງປ້ອງກັນຊາດຂອງ 2 ປະເທດ. ຢູ່ ໄຕນິງ, ບັນດາປ້ອມປ້ອງກັນຊາຍແດນ ຫວຽດນາມ ຍາມໃດກໍ່ຮັກສາກົນໄກຮ່ວມມືກັບຝ່າຍ ກຳປູເຈຍ ເປັນປະຈຳ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັດແໜ້ນນ້ຳໃຈສາມັກຄີ. ຈຸດພົ້ນເດັ່ນທີ່ເຕັມໄປດ້ວຍຄວາມໝາຍຂອງງານພົບປະຄັ້ງນີ້ ແມ່ນພິທີເລີ່ມລົງມືກໍ່ສ້າງກິດຈະກຳໂຮງຮຽນປະຖົມມິດຕະພາບ Sang Sovan ຢູ່ເມືອງ Svay Teap, ແຂວງ Svay Rieng, ກຳປູເຈຍ. ໂຮງຮຽນໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນ 30.000 ຕາແມັດ, ແມ່ນກິດຈະກຳມິດຕະພາບ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ອຸປະຖຳທັງໝົດ, ແນໃສ່ປະກອບສ່ວນຍົກສູງເງື່ອນໄຂຮ່ຳຮຽນໃຫ້ແກ່ເດັກນ້ອຍຢູ່ເຂດຊາຍແດນ. ທີ່ພິທີ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເນັ້ນໜັກວ່າ:

        “ການກໍ່ສ້າງໂຮງຮຽນປະຖົມ Sang Sovan ແມ່ນພະຍານຫຼັກຖານທີ່ແຈ້ງວ່ານ້ຳໃຈມິດຕະພາບ ບໍ່ພຽງແຕ່ສະແດງໃຫ້ເຫັນໃນການຮ່ວມມືປ້ອງກັນຊາດອງກັນຄວາມສະຫງົບເທົ່ານັ້ນຫາກຍັງໃນການເບິ່ງແຍງດູແລຝຶກຝົນບຳລຸງສ້າງໃຫ້ລຸ້ນຕໍ່ໆໄປອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນໂຮງຮຽນຫຼັງໃໝ່ຫາກຍັງແມ່ນສັນຍາລັກທີ່ມີຊີວິດວາແຫ່ງນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ກຳປູເຈຍສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງກະຊວງປ້ອງກັນປະເທດ ແລະ ກອທັບ 2 ປະເທດທີ່ມີຕໍ່ພາລະກິດການສຶກສາພິເສດແມ່ນລຸ້ນໜຸ່ມເຈົ້າຂອງປະເທດຊາໃນອະນາຄົອີກດ້ວຍ”.

ຈາກບັນດາວຽກງານລະອຽດ, ຄື: ມອບງົວພັນ, ກວດ, ປິ່ນປົວພະຍາດ, ໜູນຊ່ວຍກໍ່ສ້າງໂຮງຮຽນ ຕະຫຼອດຮອດການສົມທົບກັນລາດຕະເວນ, ການຝຶກຊ້ອມຮ່ວມ, ບັນດາວຽກງານທີ່ແທດຈິງນັ້ນສືບຕໍ່ພິສູດໃຫ້ເຫັນວ່າ: ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ບໍ່ພຽງແຕ່ສະແດງອອກໃນບັນດາເອກະສານການຮ່ວມມືເທົ່ານັ້ນ, ຫາກຍັງໄດ້ເຂົ້າສູ່ຊີວິດປະຈຳວັນຂອງປະຊາຊົນ 2 ປະເທດອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top