• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ດ້ວຍການເຂົ້າຮ່ວມຂອງ ນັກຊ່ຽວຊານ, ສຳມະນາກອນ, ນັກສັງເກດການ ເກືອບ 300 ຄົນທີ່ມາຈາກບັນດາປະເທດ ສະມາຊິກ ADMM+ ແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ປະສິດທິຜົນ, ຄວາມສາມາດໃນການສົມທົບກັນຂອງກຳລັງນັກສັງເກດການ ການທະຫານ.
  ທ່ານພົນໂທ ຝຸ່ງຊີເຕິນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ (ພາບ: ຫວຽດຈຸງ)  

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ດຳເນີນໄປ ໃນລະຫວ່າງວັນທີ 4 – 23 ກັນຍາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດລາຍການຕີລາຄາກຳລັງຄວາມສາມາດສຳລັບກຳລັງທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4. ຕອນເຊົ້າວັນທີ 13 ກັນຍາ, ລາຍການໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ສູນຝືກແອບແຫ່ງຊາດ ເລກ4, ເມືອງໝີດຶກ, ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງ 18 ປະເທດ ADMM+ (ລວມມີ 10 ປະເທດ ອາຊຽນ ແລະ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ, ອາເມລິກາ ແລະ ນິວຊີແລນ) ໂດຍຫວຽດນາມ ແລະ ຍີ່ປຸ່ນເປັນປະທານຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຝຸ່ງຊີເຕິນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ເນັ້ນໜັກວ່າ:

ດ້ວຍການເຂົ້າຮ່ວມຂອງ ນັກຊ່ຽວຊານ, ສຳມະນາກອນ, ນັກສັງເກດການ ເກືອບ 300 ຄົນທີ່ມາຈາກບັນດາປະເທດ ສະມາຊິກ ADMM+ ແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ປະສິດທິຜົນ, ຄວາມສາມາດໃນການສົມທົບກັນຂອງກຳລັງນັກສັງເກດການ ການທະຫານ ເຊິ່ງມີການໜູນຊ່ວຍຈາກກົມກອງທະຫານຊ່າງ, ເສນາຮັກ ຂັ້ນຍຸດທະສາດຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາຄະນະຜູ້ແທນໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ຝືກຝົນຫຼໍ່ຫຼອມທັກສະໃນການຜັນຂະຫຍາຍບັນດາໜ້າທີ່ຮັກສາສັນຕິພາບ, ຕິດແທດກັບສະພາບຕົວຈິງ ຢູ່ບັນດາຄະນະປະຕິບັດການຮັກສາສັນຕິພາບ ສປຊ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top