• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດທີ່ ຫວຽດນາມ ຈັດການພົບປະກັບ ກົງສູນກິດຕິມະສັກແລະ ຜູ້ສະໝັກກົງສູນກິດຕິມະສັກຫວຽດນາມ ໃນທົ່ວໂລກ

      ກອງປະຊຸມໂດຍທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ 13 ທ່ານ, ກົງສູນກິດຕິມະສັກຫວຽດນາມ ຢູ່ຕ່າງປະເທດ 25 ທ່ານ ພ້ອມກັບຜູ້ຕາງໜ້າຂອງບັນດາກະຊວງ, ຂະແໜງການພາຍໃນປະເທດ.
ກອງປະຊຸມກົງສູນກິດຕິມະສັກ ປະເທດ ສສ.ຫວຽດນາມ ຢູ່ຕ່າງປະເທດຄັ້ງທີ 1 (ພາບ: TTXVN)
      ຕອນຄ່ຳວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງ ປະເທດ ຫວຽດນາມ ໄດ້ຈັດກອງປະຊຸມກົງສູນກິດຕິມະສັກ ປະເທດ ສສ.ຫວຽດນາມ ຢູ່ຕ່າງປະເທດຄັ້ງທີ 1 ຕາມຮູບການໂດຍກົງ ສົມທົບທາງໄກ ໂດຍມີການເຊື່ອມຕໍ່ກັບ 150 ແຫ່ງ. ນີ້ແມ່ນຄັ້ງທຳອິດຕໍ່ ຫວຽດນາມ ຈັດການພົບປະກັບ ກົງສູນກິດຕິມະສັກ ແລະ ຜູ້ສະໝັກກົງສູນກິດຕິມະສັກ ຫວຽດນາມ ໃນທົ່ວໂລກ ເພື່ອພ້ອມກັນແລກປ່ຽນກ່ຽວກັບບັນຫາຄວນຊຸກຍູ້ການຮ່ວມມືພັດທະນາ, ທິດທາງເປີດກວ້າງເຄືອຂ່າຍ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົງສູນກິດຕິມະສັກ ຫວຽດນາມ ຢູ່ຕ່າງປະເທດ.
      ກອງປະຊຸມໂດຍທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ 13 ທ່ານ, ກົງສູນກິດຕິມະສັກຫວຽດນາມ ຢູ່ຕ່າງປະເທດ 25 ທ່ານ ພ້ອມກັບຜູ້ຕາງໜ້າຂອງບັນດາກະຊວງ, ຂະແໜງການພາຍໃນປະເທດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ເນັ້ນໜັກວ່າ:
      ກອງປະຊຸມຄັ້ງນີ້ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ. ນີ້ແມ່ນຄັ້ງທຳອິດໃນ ໄລຍະ 27 ປີທີ່ຜ່ານມາ ນັບແຕ່ປີ 1994 ເມື່ອກະຊວງການຕ່າງປະເທດ ໄດ້ປະກາດໃຊ້ຂໍ້ກຳນົດ ກ່ຽວກັບກົງສູນກິດຕິມະສັກ ປະເທດ ສສ.ຫວຽດນາມ ແລະ ແຕ່ງຕັ້ງກົງສູນກິດຕິມະສັກ ຫວຽດນາມ ຢູ່ຕ່າງປະເທດຄັ້ງທຳອິດ. ກອງປະຊຸມແມ່ນໂອກາດເພື່ອໃຫ້ ກົງສູນກິດຕິມະສັກ ແລະ ຜູ້ສະໝັ້ກກົງສູນກິດຕິມະສັກ ຫວຽດນາມ ໃນທົ່ວໂລກ ພົບປະ, ພ້ອມກັນແລກປ່ຽນກັບ ເອກອັກຄະລັດຖະທູດ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງກັບບັນຫາທີ່ຄວນຊຸກຍູ້ການຮ່ວມມືໃນທຸກຂົງເຂດ ລະຫວ່າງ ຫວຽດນາມ ກັບ ປະເທດຕ່າງໆ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.

Top