• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ສະແດງໃຫ້ເຫັນມູນເຊື້ອອັນດີງາມ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ” ຂອງຊາດຫວຽດນາມ

      ພັກ ແລະ ລັດ ຫວຽດນາມ ຍາມໃດກໍຈົດຈໍາຄຸນງາມຄວາມດີ ແລະ ມີນະໂຍບາຍບຸລິມະສິດ ໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ

ພັກ ແລະ ລັດ ຫວຽດນາມ ຍາມໃດກໍຈົດຈໍາຄຸນງາມຄວາມດີ ແລະ ມີນະໂຍບາຍບຸລິມະສິດ
ໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ (ພາບ:TTXVN) 
       ຕອນບ່າຍວັນທີ 12 ມິຖຸນາ, ທີ່ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ເທື່ອທຽນ - ເຫວ້ ຂອງຫວຽດນາມ ເນື່ອງໃນໂອກາດ ຄະນະມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ  ເນັ້ນໜັກວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍຈົດຈໍາຄຸນງາມຄວາມດີ ແລະ ມີນະໂຍບາຍບຸລິມະສິດ ໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ; ພ້ອມທັງເນັ້ນໜັກວ່າ  ທັງລະບົບການເມືອງ ຕ້ອງເພີ່ມທະວີສະຕິຄວາມຮັບຮູ້, ມີໜ້າທີ່ຄວາມຮັບຜິດຊອບ ແລະ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີ, ບັນດາຄອບຄົວເປົ້າໝາຍນະໂຍບາຍ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ ແຂວງເທື່ອທຽນ - ເຫວ້ ຈົ່ງເສີມຂະຫຍາຍ, ປະຕິບັດວຽກງານ “ຕອບບຸນແທນຄຸນ” ໃຫ້ເປັນຢ່າງດີ ແລະ ປາດຖະໜາວ່າ ຜູ້ມີຄຸນງາມຄວາມດີພາຍໃນແຂວງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ເປັນແວນແຍງໃຫ້ແກ່ຄົນລຸ້ນໜຸ່ມເຮັດຕາມ, ກ່ອນອື່ນໝົດແມ່ນຂົນຂວາຍຄອບຄົວ ແລະ ສັ່ງສອນລູກຫຼານປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ ໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ສະເໜີຜູ້ມີຄຸນງາມຄວາມດີໃນຄະນະ, ຕັ້ງໜ້າເຂົ້າຮ່ວມປະກອບຄໍາເຫັນ ເພື່ອສ້າງອໍານາດການປົກຄອງຂັ້ນຮາກຖານ ໃຫ້ໂປງໃສ ແລະ ໝັ້ນຄົງເຂັ້ມແຂງ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top