• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ທະນາຄານ - ວິສາຫະກິດຜ່ານຜ່າໂລກລະບາດ Covid – 19

      ຕອນເຊົ້າວັນທີ 14 ພຶດສະພາ ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງກອງປະຊຸມເຊື່ອມຕໍ່ລະຫວ່າງທະນາຄານ - ວິສາຫະກິດ ເພື່ອໜູນຊ່ວຍລູກຄ້າທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນຖືກຜົນສະທ້ອນຈາກພະຍາດ Covid – 19.

ກອງປະຊຸມເຊື່ອມຕໍ່ລະຫວ່າງທະນາຄານ - ວິສາຫະກິດ  (ພາບ: BNEWS)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດ່າວມິງຕູ໊ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາໜ່ວຍງານ ໃນຂະແໜງການຄວນກວດກາຄືນ, ປັບປຸງເພີ່ມເຕີມຫຼືຍື່ນສະເໜີຕໍ່ຂັ້ນມີສິດອຳນາດ ທີ່ມີກົນໄກນະໂຍບາຍ, ຂໍ້ກຳນົດກົດໝາຍ ກ່ຽວກັບການເຄື່ອນໄຫວຂອງທະນາຄານ ທີ່ກໍ່ຄວາມຫຍຸ້ງຍາກຕໍ່ການເຄື່ອນໄຫວຜະລິດ, ດຳເນີນທະລຸກິດ…ທ່ານດ່າວມິງຕູ໊ ຊີ້ແຈ້ງວ່າ:
            ນັບແຕ່ອາທິດຈະມາເຖິງ, ທະນາຄານແຫ່ງລັດຈະຈັດຕັ້ງບັນດາກອງປະຊຸມເຊື່ອມຕໍ່ພ້ອມກັບທະນາຄານແຫ່ງລັດ, ບາງສາຂາທ້ອງຖິ່ນ, ບາງເຂດຈຸດສຸມໃນທົ່ວປະເທດເພື່ອຈັດຕັ້ງກອງປະຊຸມເຊື່ອມຕໍ່ລະຫວ່ງທະນາຄານ - ວິສາຫະກິດ. ຈາກນັ້ນຊອກຫາຂໍ້ຕິດຂັດເພື່ອພ້ອມກັນແກ້ໄຂ. ສຳລັບຄວາມຫຍຸ້ງຍາກກ່ຽວກັບກົນໄກນະໂຍບາຍ ພວກຂ້າພະເຈົ້າຈະຮັບເອົາຄຳເຫັນເພື່ອດັດແປງ. ສ່ວນບັນດາບັນຫາທີ່ຍັງບໍ່ທັນເຂົ້າໃຈກັນໃນການໜູນຊ່ວຍນັ້ນ ພວກເຮົາຈະຊອກຫາວິທີປຶກສາຫາລືນຳກັນ
 (ແຫຼ່ງຄັດຈາກ VOV)

 ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ ອາ​ຊຽນ: ຊຸກ​ຍູ້​ຄວາມ​ສາ​ມັ​ກ​ຄີ, ການ​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ໃນ​ພາກ​ພື້ນ

ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ ອາ​ຊຽນ: ຊຸກ​ຍູ້​ຄວາມ​ສາ​ມັ​ກ​ຄີ, ການ​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ໃນ​ພາກ​ພື້ນ

ຕອນ​ເຊົ້າ​ວັນ​ທີ 31 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ຮ່າ​ໂນ້ຍ), ພິ​ທີ​​ເອົ​າ​ທຸງ​ຂຶ້ນ​ ອາ​ຊຽນ ຂຶ້ນ​ເສົາ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ ອາ​ຊຽນ ຄົບ​ຮອບ 59 ປີ (8/8/1967 – 8/8/2026) ແລະ 31 ປີ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊ​ຽນ (28/7/1995 - 28/7/2026) ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂ​ອງ​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ.

Top