ວັນທີ 9 ກຸມພາ, ວັນບຸນຖະຫວາຍທູບທຽນວິຫານບູຊາ ຮາຍບ່າຈຶງ ໄດ້ດຳເນີນຢູ່ ບ້ານໂທ້ງເຍິດ, ຕາແສງຈຽງເຄືອງ, ເມືອງ ຊົງມ້າ, ແຂວງເຊີນລາ. ນີ້ແມ່ນຈຸດຄວາມງາມທາງດ້ານວັດທະນະທຳໃນການຊີວິດດ້ານຈິດວິນຍານ, ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ມຸ່ງໄປສູ່ກົກເຄົ້າເຫງົ້າກໍ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ ຂອງວິລະສັດຕີ ສອພະນາງຂອງຊາດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ປະຊາຊົນ. ວັນບຸນຖະຫວາຍທູບທຽນວິຫານຮາຍບ່າຈຶງແມ່ນເຫດການທາງດ້ານວັດທະນະທຳທີ່ສຳຄັນຂອງເມືອງຊາຍແດນຊົງທ້າ. ນີ້ແມ່ນໂອກາດເພື່ອໃຫ້ຊາວທ້ອງຖິ່ນ ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ສອງພະນາງ. ທ່ານ ຫງວຽນດຶກທຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຊົງມ້າ, ແຂວງເຊີນລາ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າກຳນົດວັນບຸນຖະຫວາຍທູບທຽນວິຫານບູຊາ ຮາຍບ່າຈຶງບໍ່ພຽງແຕ່ແມ່ນການເຄື່ອນໄຫວເຊື່ອຖືເຫຼື້ອມໄສເທົ່ານັ້ນ ຫາກຍັງແມ່ນເຫດການທາງດ້ານວັດທະນະທຳ, ການທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນອີກດ້ວຍ. ໃນໄລຍະຈະມາເຖິງ, ທາງເມືອງຈະສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຍົກລະດັບເຂດວິຫານບູຊາ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ແຂກທ່ອງທ່ຽວມາເຂົ້າຮ່ວມວັນບຸນ.








