• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈົ້າໜ້າ​ທີ່ອາ​ວຸ​ໂສ ອາ​ຊຽນ ກະ​ກຽມ​ເນື້ອ​ໃນຫຼາຍ​ຢ່າງ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ຄ​ັ້ງ​ທີ 37

ຕອນເຊົ້າວັນທີ 7 ຕຸລາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຖືກດຳເນີນຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ເປັນປະທານກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ,  ອາຊຽນ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນບັນດາຂົງເຂດທັງໝົດ. ພ້ອມກັນນັ້ນ, ວິວັດທະນາການສ້າງປະຊາຄົມ ສືບຕໍ່ໄດ້ຮັບການປັບປຸງ ໂດຍບໍ່ຫົວຊາຕໍ່ການຜັນແປທີ່ສັບສົນຂອງໂລກລະບາດ; ບົດບາດເປັນໃຈກາງຂອງ ອາຊຽນ ກໍໄດ້ຮັບການຢັ້ງຢືນ ແລະ ຍົກສູງຂຶ້ນ. ທ່ານ ຫງວຽນກວັກຢຸງ ກ່າວວ່າ:

        “ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊຽນ ຕີລາຄາຄືນບັນດາຄວາມກ້າວໜ້າ ແລະ ໝາກຜົນທີ່ບັນລຸໄດ້ມາຮອດປັດຈຸບັນ, ຈາກນັ້ນ ວາງອອກບັນດາຂໍ້ສະເໜີ, ເຈາະຈິ້ມແນວຄວາມຄິດໃຫ້ບັນດາການນຳ ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນໄລຍະຈະມາເຖິງ, ພິເສດແມ່ນຍູ້ແຮງວິວັດທະນາການສ້າງປະຊາຄົມ, ທັງຮ່ວມມືກັນຮັບມືກັບໂລກລະບາດໃຫ້ສຳເລັດຜົນ”.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາສູງ ບົດບາດເປັນປະທານ ອາຊຽນ 2020 ຂອງ ຫວຽດນາມ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງ ອາຊຽນ ແມ່ນ ຍົກສູງບົດບາດເປັນໃຈກາງ, ຍູ້ແຮງການສ້າງຄວາມສາມັກຄີ, ຮ່ວມມືກັນທັງກໍ່ສ້າງປະຊາຄົມມີວິໄສທັດຮອດປີ 2025 ແລະ ໄກ່ກວ່າອີກ ທັງຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແລະ ຊຸກຍູ້ວິວັດທະນາການຟື້ນຟູຫຼັງໂລກລະບາດ. ກ່ຽວກັບການພົວພັນການຕ່າງປະເທດ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງກໍມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top