• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈລະຈາຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 6

      ຕອນບ່າຍວັນທີ 05 ມັງກອນ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ອັງກິດ Mark Field ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານ Mark Field
      ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ຕີລາຄາສູງໝາກຜົນອັນດີງາມຂອງກອງປະຊຸມເຈລະຈາຍຸດທະສາດປະຈຳປີ ຫວຽດນາມ - ອັງກິດ ຄັ້ງທີ 6 ທີ່ຫາກໍ່ດຳເນີນໄປຢູ່ ຮ່າໂນ້ຍ ແລະ ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ.
        ສ່ວນທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ອັງກິດ Mark Field ຕີລາຄາສູງການພັດທະນາທີ່ຂະຫຍັນຂັນເຄື່ອນ, ມີປະສິດທິຜົນຂອງການພົວພັນ 2 ປະເທດໃນໄລຍະຜ່ານມາ; ທ່ານຢືນຢັນວ່າ: ລັດຖະບານ ອັງກິດ ສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດໃນໄລຍະຈະມາເຖິງ.
        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 05 ມັງກອນ, ທີ່ເຮືອນຮັບແຂກລັດຖະບານ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ແລະ ທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ອັງກິດ Mark Field ເປັນປະທານຮ່ວມກອງປະຊຸມເຈລະຈາຍຸດທະສາດປະຈຳປີ ຫວຽດນາມ - ອັງກິດ ຄັ້ງທີ 6.
        ເມື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ພົບປະລະຫວ່າງການນຳຂັ້ນສູງ 2 ປະເທດ, ພ້ອມທັງ ສືບຕໍ່ຜັນຂະຫຍາຍກົນໄກເຈລະຈາຍຸດທະສາດກ່ຽວກັບດ້ານການທູດ - ຄວາມສະຫງົບ - ປ້ອງກັນຊາດຢ່າງມີປະສິດທິຜົນ; ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ - ການລົງທຶນ ແລະ ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນ.
        ພາຍຫລັງການເຈລະຈາ, 2 ຝ່າຍໄດ້ອອກຖະແຫຼງການສື່ມວນຊົນຮ່ວມກ່ຽວກັບໝາກຜົນແຫ່ງການເຈລະຈາຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 6.
ແຫຼ່ງຄັດຈາກ VOV

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top