• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເງິນລົງທຶນຂອງຕ່າງປະເທດເຂົ້າ ຫວຽດນາມ ເພີ່ມຂຶ້ນ

      ຈຳນວນໂຄງການທຶນ FDI ທີ່ໄດ້ຮັບໜັງສືອະນຸຍາດໃໝ່ໃນທົ່ວປະເທດ ໄດ້ຫຼຸດລົງກວ່າ 31% ເມື່ອທຽບໃສ່ປີ 2020, ແຕ່ຈຳນວນທຶນຈົດທະບຽນຂອງບັນດາໂຄງການໃໝ່ພັດເພີ່ມຂຶ້ນຫຼາຍກວ່າ 4%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ມີຄຸນນະພາບພວມຄ່ອຍໆທົດແທນໃຫ້ບັນດາໂຄງການຂະໜາດນ້ອຍ.
(ພາບປະກອບ: baochinhphu.vn)
      ປີ 2021, ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກະແສເງິນລົງທຶນຕ່າງປະເທດ ເມື່ອນັກລົງທຶນມີຄວາມລະມັດລະວັງກວ່າໃນການຊອກຫາສະຖານທີ່ລົງທຶນ. ເຖິງຢ່າງໃດກໍຕາມ, ຕາມຕົວເລກສະຖິຕິໄດ້ຊີ້ໃຫ້ເຫັນວ່າ ຈຳນວນໂຄງການທຶນ FDI ທີ່ໄດ້ຮັບໜັງສືອະນຸຍາດໃໝ່ໃນທົ່ວປະເທດ ໄດ້ຫຼຸດລົງກວ່າ 31% ເມື່ອທຽບໃສ່ປີ 2020, ແຕ່ຈຳນວນທຶນຈົດທະບຽນຂອງບັນດາໂຄງການໃໝ່ພັດເພີ່ມຂຶ້ນຫຼາຍກວ່າ 4%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ມີຄຸນນະພາບພວມຄ່ອຍໆທົດແທນໃຫ້ບັນດາໂຄງການຂະໜາດນ້ອຍ.
        ປີ 2021, ຫວຽດນາມ ໄດ້ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດກວ່າ 31,1 ຕື້ USD, ລວມທັງທຶນຈົດທະບຽນຂໍອະນຸຍາດໃໝ່, ທຶນຈົດທະບຽນດັດປັບ ແລະ ມູນຄ່າປະກອບທຶນ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດໄດ້ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂອບຂະໜາດເງິນລົງທຶນສະເລ່ຍຕໍ່ໜຶ່ງໂຄງການແມ່ນປະມານ 9 ລ້ານ USD, ສູງກວ່າເກືອບທົບສອງເທົ່າ ເມື່ອທຽບໃສ່ປີ 2020. ທ່ານ ໂດ໊ເຍິດຮວ່າງ, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມໃຫ້ຮູ້ວ່າ:
        “ໃນໂຄງປະກອບເງິນລົງທຶນ, ບັນດາໂຄງການໃນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ອຸດສາຫະກຳໄຟຟ້າ, ເອເລັກໂຕນິກ ນັບມື້ນັບເພີ່ມຂຶ້ນ, ເຊິ່ງກວມເອົາເກືອບ 60%. ພິເສດ, ປີ 2021 ມີຫຼາຍໂຄງການລົງທຶນໃນຂົງເຂດນິເວດຂອງການຜະລິດເຄື່ອງເຄິ່ງຊັກນຳໄຟຟ້າ ເຮັດໃຫ້ກະແສເງິນລົງທຶນຕ່າງປະເທດລັ່ງໄຫເຂົ້າມາ ຫວຽດນາມ ນັບມື້ນັບມີຄຸນນະພາບກວ່າ”.
        ໃຫ້ຂໍ້ສັງເກດກ່ຽວກັບການລົງທຶນຢູ່ ຫວຽດນາມ ໃນປີ 2022, ສະຫະສະມາຄົມການຄ້າ ອາເມລິກາ ຢູ່ ຫວຽດນາມ ໃຫ້ຮູ້ວ່າ ມີວິສາຫະກິດຕ່າງປະເທດ ເກືອບ 80%  ໄດ້ໃຫ້ການຕີລາຄາຢ່າງຕັ້ງໜ້າທີ່ສຸດ ຫຼື ຕັ້ງໜ້າກ່ຽວກັບແງ່ຫວັງເມື່ອລົງທຶນຢູ່ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top