ຂ່າວສານ

ເງິນລົງທຶນຂອງຕ່າງປະເທດເຂົ້າ ຫວຽດນາມ ເພີ່ມຂຶ້ນ

      ຈຳນວນໂຄງການທຶນ FDI ທີ່ໄດ້ຮັບໜັງສືອະນຸຍາດໃໝ່ໃນທົ່ວປະເທດ ໄດ້ຫຼຸດລົງກວ່າ 31% ເມື່ອທຽບໃສ່ປີ 2020, ແຕ່ຈຳນວນທຶນຈົດທະບຽນຂອງບັນດາໂຄງການໃໝ່ພັດເພີ່ມຂຶ້ນຫຼາຍກວ່າ 4%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ມີຄຸນນະພາບພວມຄ່ອຍໆທົດແທນໃຫ້ບັນດາໂຄງການຂະໜາດນ້ອຍ.
(ພາບປະກອບ: baochinhphu.vn)
      ປີ 2021, ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກະແສເງິນລົງທຶນຕ່າງປະເທດ ເມື່ອນັກລົງທຶນມີຄວາມລະມັດລະວັງກວ່າໃນການຊອກຫາສະຖານທີ່ລົງທຶນ. ເຖິງຢ່າງໃດກໍຕາມ, ຕາມຕົວເລກສະຖິຕິໄດ້ຊີ້ໃຫ້ເຫັນວ່າ ຈຳນວນໂຄງການທຶນ FDI ທີ່ໄດ້ຮັບໜັງສືອະນຸຍາດໃໝ່ໃນທົ່ວປະເທດ ໄດ້ຫຼຸດລົງກວ່າ 31% ເມື່ອທຽບໃສ່ປີ 2020, ແຕ່ຈຳນວນທຶນຈົດທະບຽນຂອງບັນດາໂຄງການໃໝ່ພັດເພີ່ມຂຶ້ນຫຼາຍກວ່າ 4%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ມີຄຸນນະພາບພວມຄ່ອຍໆທົດແທນໃຫ້ບັນດາໂຄງການຂະໜາດນ້ອຍ.
        ປີ 2021, ຫວຽດນາມ ໄດ້ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດກວ່າ 31,1 ຕື້ USD, ລວມທັງທຶນຈົດທະບຽນຂໍອະນຸຍາດໃໝ່, ທຶນຈົດທະບຽນດັດປັບ ແລະ ມູນຄ່າປະກອບທຶນ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດໄດ້ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂອບຂະໜາດເງິນລົງທຶນສະເລ່ຍຕໍ່ໜຶ່ງໂຄງການແມ່ນປະມານ 9 ລ້ານ USD, ສູງກວ່າເກືອບທົບສອງເທົ່າ ເມື່ອທຽບໃສ່ປີ 2020. ທ່ານ ໂດ໊ເຍິດຮວ່າງ, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມໃຫ້ຮູ້ວ່າ:
        ໃນໂຄງປະກອບເງິນລົງທຶນ, ບັນດາໂຄງການໃນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ອຸດສາຫະກຳໄຟຟ້າ, ເອເລັກໂຕນິກ ນັບມື້ນັບເພີ່ມຂຶ້ນ, ເຊິ່ງກວມເອົາເກືອບ 60%. ພິເສດ, ປີ 2021 ມີຫຼາຍໂຄງການລົງທຶນໃນຂົງເຂດນິເວດຂອງການຜະລິດເຄື່ອງເຄິ່ງຊັກນຳໄຟຟ້າ ເຮັດໃຫ້ກະແສເງິນລົງທຶນຕ່າງປະເທດລັ່ງໄຫເຂົ້າມາ ຫວຽດນາມ ນັບມື້ນັບມີຄຸນນະພາບກວ່າ”.
        ໃຫ້ຂໍ້ສັງເກດກ່ຽວກັບການລົງທຶນຢູ່ ຫວຽດນາມ ໃນປີ 2022, ສະຫະສະມາຄົມການຄ້າ ອາເມລິກາ ຢູ່ ຫວຽດນາມ ໃຫ້ຮູ້ວ່າ ມີວິສາຫະກິດຕ່າງປະເທດ ເກືອບ 80%  ໄດ້ໃຫ້ການຕີລາຄາຢ່າງຕັ້ງໜ້າທີ່ສຸດ ຫຼື ຕັ້ງໜ້າກ່ຽວກັບແງ່ຫວັງເມື່ອລົງທຶນຢູ່ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວ.
(ແຫຼ່ງຄັດຈາກ VOV)


top