• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດເຕັກໂນໂລຊີສູງ ດ່ານັ້ງ ດຶງດູດໂຄງການລົງທຶນ FDI ຕື່ມອີກ 177 ລ້ານ USD

ໂຄງການລົງທຶນມີຈຳນວນເງິນຈົດທະບຽນລົງທຶນ 177 ລ້ານ USD, ແລະ ແມ່ນໂຄງການທີ 3 ຂອງບໍລິສັດດັ່ງກ່າວທີ່ລົງທຶນເຂົ້າເຂດເຕັກໂນໂລຊີສູງ ດ່ານັ້ງ
ພິທີມອບຂໍ້ຕົກລົງຮັບຮອງເອົາແຜນນະໂຍບາຍການລົງທຶນ (ພາບ: TTXVN)

ຕອນບ່າຍວັນທີ 28 ພະຈິກ, ຄະນະຄຸ້ມຄອງເຂດເຕັກໂນໂລຊີສູງ ແລະ ບັນດາເຂດອຸດສາຫະກຳ ດ່ານັ້ງ, ໄດ້ມອບຂໍ້ຕົກລົງຮັບຮອງເອົາແຜນນະໂຍບາຍການລົງທຶນ ແລະ ຕົກລົງຮັບຮອງເອົານັກລົງທຶນໂຄງການໂຮງງານຜະລິດ ICT VINA III ຜະລິດສະເພາະອຸປະກອນການແພດຂອງບໍລິສັດ Dentium ຈຳກັດ (ສ.ເກົາຫຼີ) ທີ່ລົງທຶນເຂົ້າເຂດອຸດສາຫະກຳເຕັກໂນໂລຊີສູງ ດ່ານັ້ງ.

ໂຄງການລົງທຶນມີຈຳນວນເງິນຈົດທະບຽນລົງທຶນ 177 ລ້ານ USD, ແລະ ແມ່ນໂຄງການທີ 3 ຂອງບໍລິສັດດັ່ງກ່າວທີ່ລົງທຶນເຂົ້າເຂດເຕັກໂນໂລຊີສູງ ດ່ານັ້ງ, ຍົກຈຳນວນເງິນລົງທຶນຈົດທະບຽນຂອງທັງ 3 ໂຄງການຂຶ້ນເປັນ 257 ລ້ານ USD. ຄາດວ່າ, ໂຄງການຈະໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໄລຍະທີ 1 ແມ່ນໃນໄຕມາດທີ 3 ປີ 2028.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ຄະນະຄຸ້ມຄອງເຂດເຕັກໂນໂລຊີສູງ ແລະ ບັນດາເຂດອຸດສາຫະກຳ ດ່ານັ້ງ ໄດ້ອອກໃບອະນຸຍາດໃຫ້ 4 ໂຄງການລົງທຶນໃໝ່ເຂົ້າບັນດາເຂດອຸດສາຫະກຳໃນບໍລິເວນນະຄອນ, ໃນນັ້ນມີ 2 ໂຄງການມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ດ້ວຍຈຳນວນເງິນຈົດທະບຽນລົງທຶນປະມານ 178,5 ລ້ານ USD.

(ແຫຼ່ງຄັດຈາກ VOV)

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ວິວັດການກະກຽມການເລືອກຕັ້ງຢ່າງພິຖິພິຖັນ, ພິເສດແມ່ນການເອົາຄຳເຫັນຂອງປະຊາຊົນຢ່າງກວ້າງຂວາງ ແລະ ວຽກງານພະນັງງານຢ່າງແໜ້ນແຟ້ນ.

Top