• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າ ແລະ ຍາວນານຂອງຫວຽດນາມ

ຕອນບ່າຍວັນທີ 24ສິງຫາ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ສ.ເກົາຫຼີ-ຫວຽດນາມ Kim Tae-nyeon ທີ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຕອນບ່າຍວັນທີ 24ສິງຫາ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ສ.ເກົາຫຼີ-ຫວຽດນາມ Kim Tae-nyeon ທີ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

    

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານປະທານກຸ່ມສສຊ ມິດຕະພາບສ.ເກົາຫຼີ-ຫວຽດນາມ Kim Tae-nyeon

 ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ ແລະ ກຳນົດ ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ, ຍາວນານ ໂດຍມີຄວາມໄວ້ວາງໃຈຢ່າງສູງ, ບໍ່ພຽງແຕ່ຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອເທົ່ານັ້ນ, ຫາກຍັງ ມີຄວາມໄວ້ວາງໃຈໃນຂອບເຂດທົ່ວໂລກອີກດ້ວຍ. ກ່ຽວກັບການພົວພັນລະຫວ່າງສອງອົງການນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຊື້ອໝັ້ນວ່າ ສອງກຸ່ມສ.ສ.ຊມິດຕະພາບຫວຽດນາມ-ສ.ເກົາຫຼີ ແລະ ສ.ເກົາຫຼີ-ຫວຽດນາມ ຈະສືບຕໍ່ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນທີ່ແທດຈິງຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ. ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

          ສ່ວນທ່ານປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບສ.ເກົາຫຼີ-ຫວຽດນາມ Kim Tae-nyeon ເນັ້ນໜັກວ່າ: ໃນຊຸມປີຜ່ານມານີ້, ການພົວພັນລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ, ການຄ້າ ແລະ ວັດທະນະທຳ ບັນລຸໄດ້ບັນດາໝາກຜົນທີ່ດີງາມ; ຫວັງວ່າ, ໃນໄລຍະຈະມາເຖິງ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ພັດທະນາຢ່າງແຂງແຮງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top