• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ້ານວາງສະແດງສິນຄ້າ 250 ຮ້ານຂອງ 150 ຫົວໜ່ວຍ ເຂົ້າຮ່ວມງານວາງສະແດງສາກົນກ່ຽວກັບອຸດສາຫະກຳໜູນຊ່ວຍ ແລະ ການປຸງແຕ່ງ, ປະດິດສ້າງ ຫວຽດນາມ

ງານວາງສະແດງສາກົນ ກ່ຽວກັບອຸດສາຫະກຳໜູນຊ່ວຍ ແລະ ການປຸງແຕ່ງປະດິດສ້າງ ຫວຽດນາມ - VIMEXPO 2020 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ນຳ, ກົມອຸດສາຫະກຳ (ກະຊວງອຸດສາຫະກຳ ແລະ ການຄ້າ) ເປັນເຈົ້າພາບ, ​ບໍ​ລິ​ສັດໂຄ​ສະ​ນາ ແລະ ຕະຫຼ​າດ​ນັດ​ວາງ​ສະ​ແດງ C.I.S ຫວຽດ​ນາມ ​ຈັດ​ຕັ້ງ​ຄາດ​ວ່າ​ຈະ​ດຳ​ເນີນໃນ​ລະ​ຫວ່າງ ວັນ​ທີ​ 9 – 11 ທັນ​ວາ 2020 ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ ICE ຮ່າໂນ້ຍ.
 
ດ້ວຍ​ເປົ້າ​ໝາຍ “ເຊື່ອມ​ຕໍ່​ເພື່ອ​ພັດ​ທະ​ນາ” VIMEXPO 2020 ຈະ​ແມ່ນ​ສະ​ຖານ​ທີ່​ພົບ​ປະ​ ລະ​ຫວ່າງ ​ບັນ​ດາ​ວິ​ສາ​ຫະ​ກິດ, ປະ​ກອບ​ສ່ວນ​ຫັນເປັນ​ລະ​ອຽດ​ ມະຕິ 115 ຂອງ ລັດຖະບານກ່ຽວກັບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດສາຫະກຳ​ໜູນຊ່ວຍ​ດ້ວຍຫຼາຍ​ມາດ​ຕະ​ການ​ໃໝ່ ຫວັງ​ວ່າ​ຈະ​ສ້າງ​ກຳ​ລັງ​ໜູນ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ໜູນຊ່ວຍ ແລະ ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ​ຫວຽດ​ນາມ.
ບໍລິສັດ ກົນຈັກ ແມ້ງກວາງ ຈຳກັດ ໄປນຳໜ້າໃນຂະແໜງ ກົນຈັກ ຊັດເຈນ ຫວຽດນາມ ໃນການດັດແປງ, ຄົ້ນຄວ້າ, ນຳໃຊ້ເຕັກນິກ ແລະ ລະບົບການຄຸ້ມຄອງຄຸນນະພາບ ທີ່ທັນສະໄໝ. ພາບ: VNP

ວັນທີ 6 ສິງຫາ 2020, ລັດຖະບານ ໄດ້ປະກາດໃຊ້ມະຕິ 115/NQ-CP ວ່າດ້ວຍບັນດາມາດຕະການ ຊຸກຍູ້ການພັດ​ທະ​ນາ​ເຕ​ັກ​ໂນ​ໂລ​ຢີ​ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດອຸດສາຫະກຳ​ໜູນຊ່ວຍ ຫວຽດນາມ ພັດທະນາ, ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດຂອງປະເທດຊາດ.

ເປົ້າໝາຍທີ່ວາງອອກແມ່ນເຖິງປີ 2025, ວິສາຫະກິດ ຫວຽດນາມ ສາມາດຜະລິດບັນດາຜະລິດຕະພັນ ອຸດສາຫະກຳ​ໜູນຊ່ວຍ ທີ່ມີຄວາມສາມາດໃນການແກ້ງແຍ່ງສູງ, ຕອບສະໜອງໄດ້ 45% ຄວາມຕ້ອງການ ຜະລິດຕະພັນ, ການນຳໃຊ້ຢູ່ພາຍໃນ, ກວມປະມານ 11% ຄຸນຄ່າການ ຜະລິດຂອງຂະແໜງອຸດສາຫະກຳ ຫວຽດນາມ. ປີ 2030 ຈະຕອບສະໜອງໄດ້ 70% ຄວາມຕ້ອງການຜະລິດຕະພັນຢູ່ພາຍໃນ, ກວມປະມານ 14% ຄຸນຄ່າຜະລິດອຸດສາຫະກຳ.
 
VIMEXPO 2020 ເປັນງານວາງສະແດງສາກົນແຫ່ງ ທຳອິດ ກ່ຽວກັບອຸດສາຫະກຳໜູນຊ່ວຍ ແລະ ການປຸງແຕ່ງ, ປະດິດສ້າງ ຢູ່ ຫວຽດນາມ ຂຶ້ນກັບແຜນການພັດທະນາ ອຸດສາຫະກຳໜູນຊ່ວຍ ເຊິ່ງໄດ້ນາຍົກລັດຖະມົນຕີ ລັດຖະບານ ອະນຸມັດຜ່ານ, ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າພາບ ແລະ ຊີ້ນຳການຈັດຕັ້ງ.
 
VIMEXPO 2020 ເປັນເຫດການໜຶ່ງທີ່ສຳຄັນ, ເປັນບ່ອນເຕົ້າໂຮມຄວາມຍອດຍິ່ງຂອງຂະແໜງອຸດສາຫະກຳໜູນຊ່ວຍ ຫວຽດນາມ, ເປັນບ່ອນເພື່ອໃຫ້ລູກຄ້າມາຊອກຊື້ບັນດາ ຜະລິດຕະພັນທີ່ມີຄຸນນະພາບດີທີ່ຊຸດ; ເປັນບ່ອນພົບປະ ສ້າງສັນ, ຮຽນຮູ້, ແບ່ງປັນບົດຮຽນຂອງບັນດານັກຊ່ຽວຊານ, ນັກຄຸ້ມຄອງ ແລະ ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດ ອຸດສາຫະກຳໜູນຊ່ວຍ.

ດ້ວຍ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ 250 ຮ້ານ ຂອງ 150 ຫົວ​ໜ່ວຍ​ໃນ​ເນື້ອ​ທີ່​ວາງ​ສະ​ແດງ 5.000 ຕະລາງແມັດ, ແນະ​ນຳ​ຜະ​ລິດ​ຕະ​ພັນ​ຂອງ 6 ກຸ່ມ​ອຸ​ດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ເປົ້າ​ໝາຍ​ແມ່ນ ຕຳ​ແຜ່ນ​ຕັດ​ຫຍິບ, ເກີດ​ໜັງ, ເອ​ເລັກ​ໂຕ​ນິກ, ຜະ​ລິດ​ປະ​ກອບ​ລົດ​ໂອ​ໂຕ, ກົນ​ໄກ​ປຸງ​ແຕ່ງ, ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ. VIMEXPO ຈະ​ຊ່ວຍ​ໃຫ້​ວິ​ສາ​ຫິ​ກິດ​ຊອກ​ຫາ​ຄູ່​ຮ່ວມ​ມື ແລະ ໂອ​ກາດ​ໃໝ່, ນັກ​ສະ​ໜອງ​ໃໝ່, ອັດ​ເດດ​ເຕັກ​ໂນ​ໂລ​ຢີ​ໃໝ່, ຄວາມ​ຮູ້​ໃໝ່.

ໃນ 3 ວັນ​ເປີດ​ປະ​ຕູ, ງານ​ວາງ​ສະ​ແດງ​ຄາດ​ວ່າ​ຈະ​ດຶງ​ດູດ​ໄດ້​ແຂກ​ມາ​ຢ້ຽມ​ຊົມ 18.000 ຄົນ. ເພື່ອຕິດຕາມ ແລະ ມາ ລົງທະບຽນເຂົ້າຮ່ວມເຫດການດັ່ງກ່າວ, ລູກຄ້າສາມາດເຂົ້າຫາ ເວັບໄຊ ເປັນທາງການຂອງງານວາງສະແດງຄື www.vimexpo.com.vn
 
ດ້ວຍ​ເປົ້າ​ໝາຍ “ເຊື່ອມ​ຕໍ່​ເພື່ອ​ພັດ​ທະ​ນາ”, VIMEXPO 2020  ໄດ້ຫວັງວ່າ ຈະກາຍເປັນງານວາງສະແດງອັນດັບໜຶ່ງກ່ຽວກັບອຸດສາຫະກຳໜູນຊ່ວຍທີ່ ຫວຽດນາມ, ເປັນຈຸດເລີ່ມ ຕົ້ນເພື່ອໃຫ້ຜູ້ຜະລິດ ຫວຽດນາມ ເພີ່ມທະວີການຮ່ວມມື ໃນການຜະລິດ ແລະ ພັດທະນາຢ່າງໝັ້ນຄົງ, ເຂົ້າຮ່ວມຢ່າງມີປະສິດທິຜົນເຂົ້າໃນຕ່ອງໂສ້ສະໜອງຜະລິດຕະພັນ ໂລກ, ປະກອບສ່ວນຊຸກຍູ້ການພັດທະນາຂອງຂະແໜງອຸດສາຫະກຳໜູນຊ່ວຍ ແລະ ການປຸງແຕ່ງ, ປະດິດສ້າງ ຫວຽດນາມ.
 
ປະຕິບັດ: VNP

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນຂອງບາງໂຄງການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງດຽນບຽນ ດ້ວຍການໜູນຊ່ວຍຂອງບັນດາອົງການລັດຖະບານຝລັ່ງໃນບັນດາຂົງເຂດຄືວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳ.

Top