• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ເປີດຕົວຜະລິດຕະພັນກະສິກຳ ປອດໄພ ຈາກທົ່ວປະເທດ

ຕອນຄໍ່າ ວັນທີ 28 ພະຈິກ, ທີ່ສວນດອກໄມ້ ກີມລຽນ (175 ໄຕ ເຊີນ, ຕາແສງ ກີມລຽນ), ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໄດ້ສົມທົບກັບ ຄະນະກຳມະການ ປະຊາຊົນ ຕາແສງ ກີມລຽນ ໄດ້ຈັດພິທີໄຂ “ອາທິດວາງສະແດງ, ແນະນຳ, ໂຄສະນາ ຜະລິດຕະພັນ ກະສິກຳ, ປ່າໄມ້, ສິນໃນນ້ຳ ປອດໄພ ຂອງ ນະ ຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນ ປີ 2025”.
 ຕອນຄໍ່າ ວັນທີ 28 ພະຈິກ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໄດ້ສົມທົບກັບ ອົງການປົກຄອງ ຕາແສງ ກີມລຽນ ໄດ້ຈັດ ພິທີໄຂ “ອາທິດວາງສະແດງ, ແນະນຳ, ໂຄສະນາ ຜະລິດຕະພັນ ກະສິກຳ, ປ່າໄມ້, ສິນໃນນ້ຳ ປອດໄພ ຂອງ ນະຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນ ປະຈຳປີ 2025”. ພາບ: ຮວ່າງຮ່າ/VNP  

ງານນີ້ຈັດຂຶ້ນເປັນເວລາ ສີ່ມື້, ນັບແຕ່ວັນທີ 28 ພະຈິກ ຫາ ວັນທີ 01 ທັນວາ, ເຊິ່ງກາຍເປັນຈຸດເດັ່ນພິເສດ ໃນຊຸດກິດຈະກຳສົ່ງເສີມ ການຄ້າ ແລະ ເຊື່ອມຕໍ່ ການຈຳໜ່າຍຜະລິດຕະພັນ ກະສິກຳ ລະ ຫວ່າງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນ ໃນທົ່ວປະເທດ.

ປີນີ້, ອາທິດວາງສະແດງ ໄດ້ເຕົ້າໂຮມກວ່າ 1.300 ຜະລິດຕະພັນ ກະສິກຳ ປອດໄພ, ຜະລິດຕະພັນພິເສດ ຂອງ ແຕ່ລະເຂດພາກ ແລະ ຜະລິດຕະພັນ OCOP ທີ່ດີເດັ່ນ ຈາກ 25 ແຂວງ, ນະຄອນ. ມີກວ່າ 50 ຮ້ານວາງສະແດງ ທີ່ຖືກຈັດວາງຢ່າງມີວິທະຍາສາດ, ງານດັ່ງກ່າວໄດ້ນຳເອົາ ຮູບພາບ ທີ່ຫຼາກຫຼາຍ ຂອງ ກະສິກຳ ຫວຽດນາມ-ນັບແຕ່ ຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນ້ຳສົດ ຈົນເຖິງ ຜະລິດຕະພັນ ປຸງແຕ່ງ, ສິນຄ້າທີ່ນໍາໃຊ້ເຕັກໂນໂລຊີສູງ ແລະ ຜະລິດຕະພັນ ພິເສດ ທີ່ມີທ່າແຮງໃນການສົ່ງອອກ.

ຕັດແຖບຜ້າໄຂພິທີວາງສະແດງ. ພາບ: ຮວ່າງຮ່າ/VNP  

ເປີດໃຫ້ບໍລິການທຸກມື້ ແຕ່ເວລາ 9:00 ໂມງ ຫາ 22:00 ໂມງ, ອາ ທິດວາງສະແດງ ຄາດວ່າ ຈະດຶງດູດຜູ້ເຂົ້າຊົມ, ສໍາຜັດປະສົບການ ແລະ ຊື້ສິນຄ້າຫຼາຍພັນຄົນ. ນອກຈາກ ການວາງສະແດງ, ຍັງມີ ກິດຈະກຳໂຕ້ຕອບ ໂດຍກົງຫຼາຍຢ່າງເຊັ່ນ: ການທົດລອງໃຊ້ຜະ ລິດຕະພັນ, ການສຳຜັດກັບເຕັກໂນໂລຊີ ການຮັກສາ, ການປຸງ ແຕ່ງແບບໃໝ່ ກໍ່ໄດ້ຖືກຈັດຂຶ້ນ, ເຊິ່ງສ້າງຂົວຕໍ່ທີ່ແທ້ຈິງ ລະຫວ່າງ ບໍລິສັດ, ສະຫະກອນ ແລະ ລະບົບຈຳໜ່າຍໃນ ຮ່າໂນ້ຍ. ສຳລັບ ຮ້ານຂາຍຍ່ອຍ, ນີ້ແມ່ນໂອກາດທີ່ຈະເຂົ້າເຖິງແຫຼ່ງສິນຄ້າທີ່ໝັ້ນ ຄົງ, ມີຄຸນນະພາບສູງ; ສ່ວນສຳລັບຜູ້ເຂົ້າຊົມ, ນີ້ແມ່ນປະສົບການ ການຄົ້ນພົບ ວັດທະນະທຳ ອາຫານ ແລະ ຜະລິດຕະພັນ ກະສິກຳ ເຂດພາກ ຢູ່ໃຈກາງ ນະຄອນຫຼວງ.

 ທ່ານ ຕ້າວັນເຕື່ອງ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດ ລ້ອມ ຮ່າໂນ້ຍ ພ້ອມດ້ວຍບັນດາຜູ້ແທນ ຢ້ຽມຊົມ ບັນດາ ຮ້ານ ວາງສະແດງ. ພາບ: ຮວ່າງຮ່າ/VNP

ກ່າວປາໄສໃນພິທີເປີດ, ທ່ານ ຕ້າວັນເຕື່ອງ, ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໄດ້ເນັ້ນໜັກເຖິງ ບົດບາດ ຂອງ ຮ່າໂນ້ຍ ໃນຖານະເປັນໜຶ່ງ ໃນສອງສູນກາງເສດຖະກິດ ທີ່ ໃຫຍ່ທີ່ສຸດຂອງປະເທດ, ເປັນບ່ອນ ທີ່ມີຄວາມຕ້ອງການບໍລິໂພກ ສິນຄ້າຫຼາຍ ແລະ ມີເຄືອຂ່າຍການຄ້າ-ບໍລິການທີ່ທັນສະໄໝ. ເຖິງ ຢ່າງໃດກໍ່ຕາມ, ການຜະລິດກະສິກຳ ໃນຕົວເມືອງ ສາມາດຕອບ ສະໜອງ ຄວາມຕ້ອງການໄດ້ພຽງ 20% - 70% ເທົ່ານັ້ນ, ຂຶ້ນ ກັບແຕ່ລະກຸ່ມຜະລິດຕະພັນ, ສຳລັບປະຊາກອນກວ່າ 10 ລ້ານ ຄົນ ທີ່ອາໄສ ແລະ ເຮັດວຽກຢູ່ ຮ່າໂນ້ຍ. ສ່ວນທີ່ຂາດໄປແມ່ນ ໄດ້ ຖືກເພີ່ມເຂົ້າຜ່ານ ລະບົບຕ່ອງໂສ້ ການສະໜອງຈາກບັນດາແຂວງ ແລະ ແຫຼ່ງນຳເຂົ້າ.

ທ່ານ ຕ້າວັນເຕືອງ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດ ລ້ອມ ຮ່າໂນ້ຍ ພ້ອມດ້ວຍບັນດາຜູ້ແທນຢ້ຽມຊົມບັນດາ ຮ້ານວາງ ສະແດງ. ພາບ: ຮວ່າງຮ່າ/VNP  
ເພື່ອຮັບປະກັນແຫຼ່ງສິນຄ້າ ທີ່ໝັ້ນຄົງ, ປອດໄພ ແລະ ຂໍ້ມູນໂປ່ງ ໃສ, ໄລຍະຜ່ານມາ ຮ່າໂນ້ຍ ໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການ ເພື່ອເພີ່ມການເຊື່ອມຕໍ່ການຜະລິດ-ການຈຳໜ່າຍ. ນະຄອນໄດ້ ເອົາໃຈໃສ່ ເປັນພິເສດ ຕໍ່ການໝູນໃຊ້ ເຕັກໂນໂລຊີ ຫາແຫຼ່ງທີ່ມາ ແລະ ພັດທະນາຕ່ອງໂສ້ ການສະໜອງປອດໄພ ລະຫວ່າງ ຮ່າ ໂນ້ຍ ແລະ ບັນດາທ້ອງຖິ່ນ. ບົນພື້ນຖານນັ້ນ, ຮ່າໂນ້ຍ ແລະ 43 ແຂວງ, ນະຄອນ ກ່ອນການຮວມເຂົ້າກັນ (ເທົ່າກັບ 26 ແຂວງ, ນະຄອນ ໃນປັດຈຸບັນ) ໄດ້ສ້າງຕັ້ງ 1.388 ຕ່ອງໂສ້ການຜະລິດ-ການສະໜອງອາຫານປອດໄພ, ປະກອບສ່ວນ ແຫຼ່ງຜະລິດຕະພັນ ກະສິກຳ, ປ່າໄມ້, ສິນໃນນ້ຳ ຂະໜາດໃຫຍ່ໃຫ້ແກ່ຕະຫຼາດນະ ຄອນຫຼວງ.

ເປົ້າໝາຍສຳຄັນ ທີ່ທ່ານ ຕ້າວັນເຕື່ອງ ໄດ້ກ່າວຢ້ຳຄື ການທີ່ ຮ່າ ໂນ້ຍ ໄດ້ສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາ ທ້ອງຖິ່ນ ຈັດຕັ້ງປະຕິບັດ “ໂຄງການປະສານງານ ກ່ຽວກັບ ການຮັບປະກັນ ຄວາມປອດໄພດ້ານສະບຽງອາຫານ, ຍົກສູງ ຄຸນ ນະພາບ ຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນ້ຳ ແລະ ພົວພັນ ການຄ້າ ໄລຍະ 2021-2025”. ໂຄງການດັ່ງກ່າວ ມີເປົ້າໝາຍນຳ ເອົາຜະລິດຕະພັນ ຂອງ ບັນດາເຂດພາກ ມາຈຳໜ່າຍຢູ່ ຮ່າໂນ້ຍ, ພ້ອມດຽວກັນ ກໍຂະຫຍາຍຈາກ ຮ່າໂນ້ຍ ໄປສູ່ຕະຫຼາດໃຫຍ່ ພາຍ ໃນ ປະເທດ ແລະ ແນໃສ່ການສົ່ງອອກ, ດ້ວຍມາດຕະຖານຫຼັກຄື ປອດໄພ, ໂປ່ງໃສ ແລະ ສາມາດ ກວດສອບແຫຼ່ງກຳເນີດໄດ້.

 ງານສະແດງ ປີນີ້ ໄດ້ເຕົ້າໂຮມກວ່າ 1.300 ຜະລິດຕະພັນກະສິກຳ ປອດໄພ, ຜະລິດຕະພັນພິເສດ ຂອງ ເຂດພາກ ແລະ ຜະລິດຕະ ພັນ OCOP ທີ່ດີເດັ່ນຂອງ 25 ແຂວງ, ນະຄອນ. ພາບ: ຮວ່າງຮ່າ/VNP

ໃນສະພາບການດັ່ງກ່າວ, ອາທິດວາງສະແດງປີ 2025 ຈຶ່ງກາຍ ເປັນກິດຈະກຳ ທີ່ເປັນຈິງ, ເຮັດໃຫ້ບັນດາຂໍ້ຕົກລົງຮ່ວມມື ທີ່ໄດ້ ເຊັນ ກາຍເປັນຕົວຈິງ. ງານດັ່ງກ່າວບໍ່ພຽງແຕ່ເປັນພື້ນທີ່ໂຄສະນາ ເຄື່ອງໝາຍການຄ້າຂອງບໍລິສັດ ແລະ ສະຫະກອນເທົ່ານັ້ນ, ແຕ່ ຍັງເປັນເວທີປຶກສາຫາລື ໃຫ້ບັນດາທ້ອງຖິ່ນ ແລກປ່ຽນບົດຮຽນ ການຜະລິດ, ການເຊື່ອມໂຍງລະບົບຕ່ອງໂສ້, ການຍົກສູງຄຸນນະ ພາບ ແລະ ມູນຄ່າຂອງຜະລິດຕະພັນ. ຕະຫຼອດອາທິດວາງສະ ແດງ, ຫຼາຍໂຄງການ ໃຫ້ຄຳປຶກສາ, ການເຊື່ອມຕໍ່ໂດຍກົງ ລະ ຫວ່າງບໍລິສັດ ແລະ ລະບົບຈຳໜ່າຍ, ສັບພະສິນຄ້າ, ລວມທັງບັນ ດາຫົວໜ່ວຍປຸງແຕ່ງ-ສົ່ງອອກ ໄດ້ຖືກຈັດຕັ້ງ, ເຊິ່ງປະກອບສ່ວນ ໃນການເປີດກວ້າງ ໂອກາດການຄ້າຂາຍ.

  ພາຍໃນງານ ມີກວ່າ 50 ຮ້ານວາງສະແດງ ໄດ້ຖືກຈັດວາງຢ່າງມີ ວິທະຍາສາດ, ໄດ້ນຳເອົາຮູບພາບທີ່ຫຼາກຫຼາຍ ຂອງ ກະສິກຳ ຫວຽດນາມ. ພາບ: ຮວ່າງຮ່າ/VNP  
ຈັດຂຶ້ນເປັນເວລາສີ່ມື້, ນັບແຕ່ວັນທີ 28 ພະຈິກ ຫາ 01 ທັນວາ, ງານດັ່ງກ່າວ ໄດ້ກາຍເປັນຈຸດເດັ່ນພິເສດ ໃນກິດຈະກຳ ສົ່ງເສີມ ການຄ້າ ແລະ ເຊື່ອມຕໍ່ ການຈຳໜ່າຍຜະລິດຕະພັນ ກະສິກຳ ລະ ຫວ່າງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນ ທົ່ວປະເທດ. ພາບ: ຮວ່າງຮ່າ/VNP  

 

ທ່ານ ຕ້າວັນເຕື່ອງ ຢືນຢັນວ່າ ການຈັດຕັ້ງອາທິດວາງສະແດງ ຢູ່ ຕາແສງ ກີມລຽນ ບໍ່ພຽງແຕ່ຊຸກຍູ້ການເຊື່ອມຕໍ່ຕະຫຼາດເທົ່ານັ້ນ, ແຕ່ຍັງສ້າງ “ຈິດວິນຍານໃໝ່” ໃຫ້ແກ່ການຜະລິດກະສິກໍາ ແລະ ເສດຖະກິດ ຊົນນະບົດ ອີກດ້ວຍ. ງານດັ່ງກ່າວໄດ້ປະກອບສ່ວນ ເສີມສ້າງຈິດໃຈ “ຮ່າໂນ້ຍ ເພື່ອທົ່ວປະເທດ, ທົ່ວປະເທດ ເພື່ອ ຮ່າໂນ້ຍ”, ສະແດງໃຫ້ເຫັນຄຳໝັ້ນສັນຍາ ທີ່ເຂັ້ມແຂງ ຂອງ ນະ ຄອນຫຼວງ ໃນການຮ່ວມເດີນທາງກັບບັນດາທ້ອງຖິ່ນ ເພື່ອພັດ ທະນາຕ່ອງໂສ້ການສະໜອງແບບຍືນຍົງ.

 ພາຍໃນງານ, ໄດ້ເປີດຕົວບາງຜະລິດຕະພັນກະສິກຳ ດີເດັ່ນ ຂອງ ນະຄອນ ຮ່າໂນ້ຍ ກໍຄືທົ່ວປະເທດ. ພາບ: ຮວ່າງຮ່າ/VNP
 ພາຍໃນງານ, ໄດ້ເປີດຕົວບາງຜະລິດຕະພັນກະສິກຳ ດີເດັ່ນ ຂອງ ນະຄອນ ຮ່າໂນ້ຍ ກໍຄືທົ່ວປະເທດ. ພາບ: ຮວ່າງຮ່າ/VNP
ພາຍໃນງານ, ໄດ້ເປີດຕົວບາງຜະລິດຕະພັນກະສິກຳ ດີເດັ່ນ ຂອງ ນະຄອນ ຮ່າໂນ້ຍ ກໍຄືທົ່ວປະເທດ. ພາບ: ຮວ່າງຮ່າ/VNP
  ພາຍໃນງານ, ໄດ້ເປີດຕົວບາງຜະລິດຕະພັນກະສິກຳ ດີເດັ່ນ ຂອງ ນະຄອນ ຮ່າໂນ້ຍ ກໍຄືທົ່ວປະເທດ. ພາບ: ຮວ່າງຮ່າ/VNP

ໃນຕອນທ້າຍ ຂອງ ບົດປາໄສ, ຜູ້ຕາງໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໄດ້ສະແດງຄວາມປາດຖະໜາ ທີ່ຈະສືບ ຕໍ່ໄດ້ຮັບການປະສານງານ ຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຊຸມຊົນ ທຸລະກິດ. ເປົ້າໝາຍຮ່ວມກັນແມ່ນ ການ ພັດທະນາຕ່ອງໂສ້ ການສະໜອງຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນ້ຳປອດໄພ ແບບຍືນຍົງ, ບໍ່ພຽງແຕ່ບໍລິການ ປະຊາຊົນ ຮ່າໂນ້ຍ ເທົ່ານັ້ນ, ແຕ່ຍັງສ້າງມູນຄ່າເພີ່ມ, ປະກອບສ່ວນ ເຂົ້າໃນ ການເຕີບໂຕ ຂອງ ເສດຖະກິດ ແລະ ສ້າງພາບພົດຜະລິດຕະພັນ ກະສິກຳ ຫວຽດນາມທີ່ ມີຄຸນນະພາບສູງ ໃນສາຍຕາຂອງ ເພື່ອນ ມິດສາກົນ.

ປະຕິບັດໂດຍ: ຮວ່າງຮ່າ/VNP

ປະຕິບັດໂດຍ: ຮວ່າງຮ່າ/VNP

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top