ພາຍຫຼັງພີທີໄຂ ແມ່ນການປ່ອຍນົກກາງແກ ໂດຍແມ່ນສານແຫ່ງສັນຕິພາບຂອງປະຊາຊົນນະຄອນ ຮ່າໂນ້ຍ ສົ່ງໄປໃຫ້ປະຊາຊົນທົ່ວປະເທດ ແລະ ເພື່ອນມິດສາກົນ, ແນະນໍາພາບພົດນະຄອນ ດ້ວຍບັນດາເປົ້າໝາຍທີ່ບັນລຸໄດ້ໃນໄລຍະ 20 ປີ ຜ່ານມາ ແມ່ນສົມກັບຄວາມເປັນກຽດທີ່ໄດ້ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ”.

(ພາບປະກອບ)
ກ່າວຄໍາເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ, ປະທານຄະນະກໍາມະການແຫ່ງຊາດ ຢູແນັດໂກ ຫວຽດນາມ, ຖືວ່າ: ຜ່ານໄລຍະກວ່າ 1000 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ ຮ່າໂນ້ຍ ໄດ້ຢັ້ງຢືນໃຫ້ເຫັນທີ່ຕັ້ງເປັນໃຈກາງຂອງປະເທດກ່ຽວກັບການເມືອງ, ວັດທະນະທໍາ, ວິທະຍາສາດ, ເຕັກນິກ, ເສດຖະກິດ. ການພັດທະນາຂອງ ຮ່າໂຮ້ຍ ໃນຕົວຈິງ ແມ່ນອີງໃສ່ບັນດາພື້ນຖານຂອງສັນຕິພາບ, ບັນດາຄຸນຄ່າທາງດ້ານວັດທະນະທໍາ ກ່ຽວກັບ ຄຸນນະພາບຂອງການສຶກສາ ແລະ ການຂະຫຍັນຂັນເຄື່ອນຢ່າງມີຫົວຄິດປະດິດສ້າງ. ທ່ານກ່າວວ່າ:
“ນາມມະຍົດນີ້ ກໍແມ່ນຄວາມເປັນກຽດຂອງທັງປະເທດ ສໍາລັບ ຮ່າໂນ້ຍ ເມື່ອໄດ້ຮັບຖືວ່າ ແມ່ນນະຄອນແຫ່ງຄວາມເຊື່ອໝັ້ນ ແລະ ຄວາມຫວັງ. ສັນຕິພາບ ແມ່ນຄວາມໄຝ່ຝັນຂອງຄົນເຮົາ ແຕ່ວ່າໃນປະຫວັດສາດຂອງສັງຄົມມວນມະນຸດນັ້ນ ຄົນເຮົາກໍຕ້ອງຜ່ານຜ່າສົງຄາມອັນແສນສາຫັດບໍ່ຈັກວ່າເທົ່າໃດຄັ້ງ, ຍິ່ງຜ່ານຜ່າສົງຄາມ ແລະ ການປະທະກັນນັ້ນ ຄວາມໄຝ່ຝັນຢາກມີສັນຕິພາບ ແລະ ຮ່ວມມືຍິ່ງແຮງກ້າ, ເພາະສະນັ້ນ, ປະໂຫຍກທໍາອິດຂອງ ກົດບັດສ້າງຕັ້ງ ອົງການ ຢູແນັດໂກ ໄດ້ເນັ້ນໜັກວ່າ: ຍ້ອນສົງຄາມເກີດຂຶ້ນມາຈາກແນວຄິດຂອງຄົນເຮົາ ສະນັ້ນ ກໍາແພງປ້ອງກັນຂອງສັນຕິພາບກໍ່ຕ້ອງໄດ້ສ້າງຂຶ້ນໃນແນວຄິດຂອງຄົນເຮົາເອງ”.
(ແຫຼ່ງຄັດຈາກ VOV)