• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ປາດຖະໜາວ່າ ສິງກະໂປ ໜູນຊ່ວຍໃນການສ້າງແຜນຜັງຕົວເມືອງ

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ຕີລາຄາສູງບັນດາການໜູນຊ່ວຍຂອງ ສິງກະໂປ ຕໍ່ກັບ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະໃນໄລຍະຜ່ານມາ
  (ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ)  

ຕອນບ່າຍວັນທີ 16 ສິງຫາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ເຂົ້າຢ້ຽມຂ່ຳນັບ.

ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ຕີລາຄາສູງບັນດາການໜູນຊ່ວຍຂອງ ສິງກະໂປ ຕໍ່ກັບ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະໃນໄລຍະຜ່ານມາ, ປາດຖະໜາວ່າ 2 ຝ່າຍຈະມີການເຄື່ອນໄຫວຢ່າງແທດຈິງ ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງທີ່ສຳຄັນ. ທ່ານ ເຈິ່ນຊີ້ແທັງ ປາດຖະໜາຢາກໃຫ້ຝ່າຍ ສິງກະໂປ ໜູນຊ່ວຍຈັດສົ່ງກຸ່ມນັກຊ່ຽວຊານມາຊ່ວຍ ຮ່າໂນ້ຍ ໃນການພິຈາລະນາແນວຄວາມຄິດ, ຂໍ້ສະເໜີ ແນໃສ່ພັດທະນານະຄອນຫຼວງ ຮອດປີ 2030, ວິໄສທັດຮອດປີ 2045. ພ້ອມທັງ, ທາງນະຄອນກໍ່ຢາກໃຫ້ ສິງກະໂປ ແບ່ງປັນບົດຮຽນ ແລະ ໜູນຊ່ວຍໃນການພັດທະນາເຮືອນຢູ່ຮັບໃຊ້ປະຊາຊົນ; ຈັດຕັ້ງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະ, ທັນສະໄໝ; ບຳລຸງສ້າງຖັນແຖວພະນັກງານຄຸ້ມຄອງໃຫ້ມີກຳລັງຄວາມສາມາດ…

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top