• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍລໍຖ້າຕ້ອນຮັບ SEA Games 31 ຢ່າງຄຶກຄື້ນມ່ວນຊື່ນ

ຄາດຄະເນວ່າ, ໃນບັນດາເສັ້ນທາງ, ຖະໜົນຫຼັກ, ເຂດໃຈກາງ, ສະຖານທີ່ສາທາລະນະ, ນະຄອນໄດ້ແຂວນ ຄຳຂວັນກ່ຽວກັບ SEA Games 31 ກ່ວາ 2000 ແຜ່ນ.
  ພາບປະກອບ: TTXVN  

 ວັນທີ 12 ພຶດສະພາຈະມາເຖິງ, ງານມະຫານກຳລິກາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ຈະໄຂຂຶ້ນຢູ່ສະໜາມກິລາແຫ່ງຊາດ ມີດິ່ງ, ຮ່າໂນ້ຍ. ຊຸມວັນມໍ່ໆມານີ້, ຊາວນະຄອນຫຼວງ ມີຄວາມຫ້າວຫັນລໍຄອຍເຫດການນີ້. ໃນ ຖະໜົນຫົນທາງທຸກສາຍ, ປະຕູເຂົ້າອອກຂອງນະຄອນຫຼວງ, ນັບແຕ່ວັນທີ 30 ເມສາ ລ້ວນແຕ່ໄດ້ປະດັບປະດາດ້ວຍທຸງແລະດອກໄມ້. ຈົນຮອດຊຸມວັນຕົ້ນເດືອນພຶດສະພາ, ຖະໜົນຮ່າໂນ້ຍກໍ່ໄດ້ປະດັບປະດາດ້ວຍປ້າຍຄຳຂວັນ, ປ້າຍໂຄສະນາ ຂະໜາດໃຫຍ່ ເພື່ອໂຄສະນາ, ລະດົມກຳລັງໃຈໃຫ້ແກ່ SEA Games 31. ຄາດຄະເນວ່າ, ໃນບັນດາເສັ້ນທາງ, ຖະໜົນຫຼັກ, ເຂດໃຈກາງ, ສະຖານທີ່ສາທາລະນະ, ນະຄອນໄດ້ແຂວນ ຄຳຂວັນກ່ຽວກັບ SEA Games 31 ກ່ວາ 2000 ແຜ່ນ.

ທ່ານ ໂດດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງ SEA Games 31 ນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ: ຮ່າໂນ້ຍໄດ້ສ້າງຕັ້ງ 4 ອະນຸກຳມະການ. ຄະນະຈັດຕັ້ງ SEA Games 31 ນະຄອນຮ່າໂນ້ຍ ໄດ້ສົມທົບກັບບັນດາໜ່ວຍງານລະດົມຜູ້ຄົນປະມານ 3000 ຄົນທີ່ມາຈາກບັນດາອົງການຂັ້ນສູນກາງ ແລະ ຮ່າໂນ້ຍເພື່ອຝຶກແອບຮັບໃຊ້ໃຫ້ແກ່ພິທີໄຂ, ອັດ SEA Games 31. ຈົນຮອດວັນທີ 7 ພຶດສະພາ, ວຽກງານກະກຽມທາງດ້ານພື້ນຖານວັດຖຸ ໄດ້ສຳເລັດໂດຍພື້ນຖານ, ຮັບປະກັນປັດໄຈ, ຂໍ້ກຳນົດຂອງສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້. 

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top