• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າງກົດໝາຍ 17 ສະບັບ ຈະໄດ້ຮັບການປະກອບ​ຄຳຄິດເຫັນ, ຮັບຮອງເອົາທີ່ກອງປະຊຸມສະພາແຫ່ງຊາດ 2 ຄັ້ງ ປີ 2020

 ຕອນບ່າຍວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືໃບຍື່ນສະເໜີກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2020, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019.

ພາບປະກອບ (ພາບ: quochoi.vn)

ຕອນບ່າຍວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືໃບຍື່ນສະເໜີກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2020, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2019.

        ໃນໃບຢື່ນສະເໜີຕໍ່ສະພາແຫ່ງຊາດ, ທ່ານ ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງທີ 7 (ເດືອນ ພຶດສະພາ 2019), ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາ  ຮ່າງກົດໝາຍ 7 ສະບັບ (ໃນນັ້ນມີ ກົດໝາຍ 1 ສະບັບ ທີ່ໄດ້ຮັບການຮັບຮອງເອົາຕາມຂໍ້ກຳນົດທີ່ ກອງປະຊຸມ  1 ຄັ້ງ) ແລະ ຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ໃນປີ 2020; ປະກອບຄຳຄິດເຫັນໃຫ້ແກ່ ຮ່າງກົດໝາຍ 9 ສະບັບ. ທີ່ກອງປະຊຸມຄັ້ງທີ 8 (ເດືອນຕຸລາ 2019). ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາ ຮ່າງກົດໝາຍ 10 ສະບັບ, ປະກອບຄຳຄິດເຫັນໃຫ້ແກ່ຮ່າງກົດໝາຍ 8 ສະບັບ. ພ້ອມທັງຍື່ນສະເໜີຕໍ່ຄະນະປະຈຳການສະພາແຫ່ງຊາດ ຮ່າງລັດຖະບັນຍັດ 1 ສະບັບ (ເດືອນທັນວາ 2019). ກ່ຽວກັບຮ່າງໂຄງການສ້າງກົດໝາຍປີ2020, ລັດຖະບານໄດ້ສະເໜີນຳເອົາຮ່າງກົດໝາຍ 15 ສະບັບເຂົ້າໃນໂຄງການປີ 2020, ໃນນັ້ນທີ່ກອງປະຊຸມຄັ້ງທີ 9 ໄດ້ຮັບຮອງເອົາ ຮ່າງກົດໝາຍ 9 ສະບັບ ແລະ ປະກອບຄຳຄິດເຫັນໃຫ້ແກ່ ຮ່າງກົດໝາຍ 5 ສະບັບ; ທີ່ກອງປະຊຸມຄັ້ງທີ 10ໄດ້ຮັບຮອງເອົາ ກົດໝາຍ 5 ສະບັບ ແລະ ປະກອບຄຳຄິດເຫັນ ໃຫ້ແກ່ ຮ່າງກົດໝາຍ 1 ສະບັບ.

ນອກຈາກນັ້ນ, ທີ່ກອງປະຊຸມຄັ້ງທີ່ 9 , ສະພາແຫ່ງຊາດຈະປະກອບຄວາມຄິດເຫັນເພື່ອຮັບຮອງເອົາຮ່າງກົດໝາຍ 5 ສະບັບ ທີ່ກອງປະຊຸມຄັ້ງທີ 10ຂອງສະພາແຫ່ງຊາດ ຄື: ກົດໝາຍຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ(ສະບັບປັບປຸງ), ກົດໝາຍປ້ອງກັນຊາຍແດນ ຫວຽດນາມ, ກົດໝາຍຂໍ້ຜຸກພັນໃນສັນຍາສາກົນ… ດັ່ງນັ້ນ, ຮ່າງໂຄງການ ສ້າງກົດໝາຍປີ 2020 ຈະລວມມີ ຮ່າງກົດໝາຍ 17 ສະບັບ ແລະ ຮ່າງມະຕິ 1 ສະບັບ ຂອງ ສະພາແຫ່ງຊາດ.

ແລະ ກໍ່ໃນຕອນບ່າຍວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຂໍຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດດ້ວຍລະບົບເອເລັກໂຕນິກກ່ຽວກັບ 3 ເນື້ອໃນຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຂອງ ເຫຼົ້າ ແລະ ເບຍ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top