• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ) ເພີ່ມເຕີມບັນດາຂໍ້ກຳນົດກ່ຽວກັບການປົກປ້ອງຜູ້ກ່າວຟ້ອງ

      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອ 3, ຕອນເຊົ້າວັນທີ 29 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງທ່ານຫົວໜ້າອົງການກວດກາລັດຖະບານ ຟາມວັນເຊົ໋າ, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ສະເໜີໃບຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ)
 ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັ໋ກດິ້ງ
(ພາບ: Quochoi.vn)
      ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັ໋ກດິ້ງ ສະເໜີບົດລາຍງານໃນການກວດກາຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ). ຮ່າງກົດໝາຍແມ່ນສືບຕໍ່ສືບທອດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການກ່າວຟ້ອງ ກ່ຽວກັບຂອບເຂດຂອງການດັດປັບ, ໃນນັ້ນມີຂໍ້ກຳນົດກ່ຽວກັບການກ່າວຟ້ອງ ແລະ ແກ້ໄຂການກ່າວຟ້ອງສຳລັບ 2 ກຸ່ມການກະທຳລະເມີດກົດໝາຍ…
        ພາຍຫຼັງຮັບຟັງຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ), ທ່ານ ຫງວຽນດຶກຫາຍ, ກຳມາທິການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການການເງິນ, ງົບປະມານສະພາແຫ່ງຊາດ, ສະເໜີບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ (ສະບັບປັບປຸງ). ທີ່ວາລະປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ (ສະບັບປັບປຸງ).
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top