• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມ​ແຮງ​ຮ່ວ​ມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ພວມດຳເນີນຢູ່ເຂດຊຸມຊົນແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນຍິ່ງໃຫຍ່ໃນຄວາມມານະພະຍາຍາມສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດອັນລ້ຳຄ່າຂອງຊາດ ຫວຽດນາມ. ໃນສະພາບການປັດຈຸບັນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນລະດັບສູງ, ສ້າງກຳລັງແຮງເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ອຽນເສີ ເມືອງ ຮ່ວາຍດຶກ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຄີຍຢືນຢັນວ່າ: “ຍັງບໍ່ທັນມີເວລາໃດ ທີ່ ປະເທດ ຫວຽດນາມ ມີພາລະກິດທີ່ໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງສາກົນ ຄືໃນປັດຈຸບັນ”. ບັນດາຜົນງານນັ້ນແມ່ນໝາກຜົນຂອງການສຸມກຳລັງປະດິດຄິດສ້າງ, ແມ່ນໝາກຜົນຂອງຄວາມມານະພະຍາຍາມ, ການສູ້ຊົນອົດທົນຢ່າງບໍ່ຢຸດຢັ້ງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ, ຂອງກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງ ພັກກອມມູນິດ ຫວຽດນາມ ແລະ ຊາຍຄາລວມຂອງແນວໂຮມປະເທດຊາດ ຫວຽດນາມ.

ບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ອົງການຈັດຕັ້ງມະຫາຊົນໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ສືບຕໍ່ຢັ້ງຢືນ ແລະ ຍົກສູງຂຶ້ນໃນຊີວິດການເມືອງ - ສັງຄົມຂອງປະເທດຊາດໃນປັດຈຸບັນ. ສາຍພົວພັນສະໜິດແໜ້ນລະຫວ່າງ ແນວໂຮມປະເທດຊາດ ແລະ ອົງການການຈັດຕັ້ງມະຫາຊົນ ກັບ ປະຊາຊົນທຸກຊັ້ນວັນນະ ນັບມື້ນັບໄດ້ຮັບການປັບປຸງ, ເພີ່ມທະວີ ແລະ ເສີມຂະຫຍາຍ. ແນວທາງ, ແຜນນະໂຍບາຍຂອງພັກ, ຂອງລັດ ຫວຽດນາມ ກ່ຽວກັບຄວາມສາມັກຄີທົ່ວປວງຊົນທັງຊາດ ກໍນັບມື້ນັບໄດ້ສ້າງໃຫ້ສົມບູນແບບ ແລະ ໄດ້ຫັນເປັນລະບອບລະບຽບການໂດຍຜ່ານນະໂຍບາຍ ແລະ ກົດໝາຍສະບັບຕ່າງໆ. ປະຊາຊົນທຸກຊັ້ນວັນນະ ໄດ້ຮ່ວມແຮງ, ຮ່ວມໃຈພ້ອມກັບ ພັກ, ລັດ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາສະຖຽນລະພາບດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ. ແນວໂຮມປະເທດຊາດ ຫວຽດນາມ ໄດ້ ແລະ ພວມສືບທອດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນທຸກຊັ້ນວັນນະ; ໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນເສີມຂະຫຍາຍສິດເປັນເຈົ້າ, ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໃນການສ້າງ ແລະ ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ. ຂະບວນການແຂ່ງຂັນຮັກຊາດ, ບັ້ນຂົນຂວາຍສັງຄົມໃນວົງກວ້າງ ໂດຍແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງສະມາຊິກປຸກລະດົມ ກໍນັບມື້ນັບເຂົ້າສູ່ຊີວິດ ແລະ ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກປະຊາຊົນທຸກຊັ້ນວັນນະ.

ພິເສດ ບັນດາຂະບວນການ, ການຂົນຂວາຍໂດຍແນວໂຮມປະເທດຊາດ ຫວຽດນາມລິເລີ່ມ ມີຄຸນປະໂຫຍດຢ່າງແທດຈິງ, ສ້າງການສະຫນິດຕິດພັນປະຊາຄົມໃນການກໍ່ສ້າງບ້ານເກີດເມືອງນອນ, ສ້າງສາປະເທດຊາດ. ພິເສດ ໃນຊ່ວງເວລາເກີດໂລກລະບາດໂຄວິດ -19 ຜັນແປສັບສົນໃນທົ່ວໂລກ ແລະຢູ່ ຫວຽດນາມແຕ່ປີ 2020 ມາຮອດປະຈຸບັນ, ປະຊາຊົນ ຫວຽດນາມ ໄດ້ມີຄວາມສາມັກຄີກັນ, ເປັນຈິດຫນຶ່ງໃຈດຽວໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດ “ການຕ້ານໂລກລະບາດຄືຕ້ານສັດຕູ” ເພື່ອຍູ້ໂລກລະບາດໃຫ້ຖອຍໄປ, ຮັກສາສຸຂະພາບຂອງປະຊາຊົນ ແລະ ນຳການຜະລິດກັບຄືນສູ່ສະພາບເປັນປົກກະຕິ, ປະຕິບັດເປົ້າໝາຍຄວບຄູ່ໂດຍໄດ້ຮັບການຕີລາຄາສູງຈາກສາກົນ.

ປະຊາຊົນບັນດາເຜົ່າ ຢູ່ ແຂວງ ເຊີນລາ ສາມັກຄີກັນເພື່ອພັດທະນາຢ່າງກົມກຽວ, ມີຄວາມຜາສຸກ.

ໃນສະພາບການໃຫມ່, ພັກກອມມູນິດ ຫວຽດນາມສືບຕໍ່ຢັ້ງຢືນ: ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດຂອງການປະຕິວັດ ຫວຽດນາມ, ແມ່ນກຳລັງຫນູນ ແລະແຫລ່ງກຳລັງອັນໃຫຍ່ຫລວງໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ເພື່ອປະຕິບັດເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ ແລະ ສີວິໄລ” ຢ່າງມີໄຊ ແລະ ສຳເລັດຜົນ, ພັກ ສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ເຈດຈຳນົງ ແລະກຳລັງປະດິດຄິດສ້າງຂອງຊາວ ຫວຽດນາມໃນທຸກຂົງເຂດຂອງຊີວິດສັງຄົມດ້ວຍຫລາຍມາດຕະການ.

  ທຸກແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ລ້ວນແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ. ພັກ ກໍ່ສືບຕໍ່ ຫັນບັນດາທັດສະນະ,ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ກ່ຽວກັບມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນລະອຽດ ແລະປະກົດຜົນເປັນຈິງ,  ສ້າງສຳເລັດ ແລະ ປະຕິບັດບັນດາກົນໄກ, ນະໂຍບາຍຢ່າງມີປະສິດທິຜົນ ເພື່ອເສີມຂະຫຍາຍບົດບາດຂອງປະຊາຊົນໃນການຕັດສິນຫລາຍບັນຫາໃຫຍ່ຂອງປະເທດຊາດ,ຮັບປະກັນສິດອຳນາດລັດແມ່ນຂຶ້ນກັບປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແລະ ປະກອບສ່ວນຕັ້ງຫນ້າເຂົ້າໃນວຽກງານກໍ່ສ້າງພັກ, ອຳນາດການປົກຄອງໃຫ້ປອດໃສໝັ້ນຄົງເຂັ້ມແຂງ; ສ້າງ, ປັບປຸງການພົວພັນອັນສະຫນິດແຫນ້ນລະຫວ່າງ ພັກ, ລັດ ກັບປະຊາຊົນໃນວິວັດການພັດທະນາປະເທດຊາດ.

ເພື່ອປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ພັກ ສືບຕໍ່ສ້າງສຳເລັດກົນໄກ,ນະໂຍບາຍ, ຮັບປະກັນໃຫ້ມີຄວາມສະເຫມີພາບລະຫວ່າງບັນດາເຜົ່າ, ເຄົາລົບ, ສາມັກຄີ, ແກ້ໄຂການພົວພັນລະຫວ່າງບັນດາເຜົ່າໃຫ້ມີຄວາມກົມກຽວ, ຊ່ວຍກັນ ພ້ອມກັນພັດທະນາ. ສືບຕໍ່ປ່ຽນໃຫມ່ວິທີການນຳພາຂອງພັກໃນພາລະກິດກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ພັກສືບຕໍ່ເສີມຂະຫຍາຍສິດເປັນເຈົ້າ,ຈິດໃຈສາມັກຄີ, ກຳລັງປະດິດຄິດສ້າງຂອງປະຊາຊົນໃນກິດຈະການປ່ຽນແປງໃຫມ່ປະເທດຊາດ ຢ່າງຄົບຊຸດ,ຮອບດ້ານ, ປ່ຽນໃຫມ່ວິທີການ, ມາດຕະການ, ວິທີການເຮັດວຽກ, ຍົກສູງຄຸນນະພາບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງ, ສຳນັກງານໃນລະບົບການເມືອງເພື່ອປະຕິບັດບັນດາເນື້ອໃນ, ຫນ້າທີ່ ກ່ຽວກັບການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top