• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມມືເສດຖະກິດລະຫວ່າງຫວຽດນາມແລະອິນເດຍນັບມື້ນັບພັດທະນາຢ່າງແຮງ

ກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ​ອິນ​ເດຍ ແລະ CLMV ຄັ້ງ​ທີ 4
(ພາບ: TTXVN)
          ໃນ​ຂອບ​ເຂດກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ​ອິນ​ເດຍ ແລະ 4 ປະ​ເທດ​ພາ​ກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແມ່ນ, ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ (CLMV) ຄັ້ງ​ທີ 4 ຖືກ​ດຳ​ເນີນ​ຢູ່​ນະ​ຄອນ Jaipur, ປະ​ເທດ​ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 28/06, ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ສະ​ເພາະ​ກ່ຽວ​ກັບ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ່ງ ເນັ້ນ​ໜັກ​ວ່າ, ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ອິນ​ເດຍ ເປັນ​ເພື່ອນ ແລະ ແມ່​ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື້ອ​ໃຈ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, 2 ປະ​ເທດ​ສາ​ມາດ​ບັນ​ລຸ​ວົງ​ເງິນ​ການ​ຄ້າຂຶ້ນ​ເຖິງ 15 ລ້ານ USD ຖ້າ​ຫາກ 2 ຝ່າຍ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ, ພ້ອມ​ທັງ​ຊົມ​ເຊີຍ​ມີ​ບັນ​ດາ​ບໍ​ລິ​ສັດ​ອິນ​ເດຍ ລົງ​ທຶນ​ເຂົ້າ​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​​ບັນ​ດາຂົງ​ເຂດ​ຄື: ພະ​ລັງ​ງານ, ໃນ​ນັ້ນ​ມີ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ນ້ຳ​ມັນ​ອາຍ​ແກັດ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ.
        ກໍ່​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ຜູ້​ຕາງ​ໜ້າ​ບັນ​ດາ​ແຂວງ​ນິງ​ທ້ວນ ແລະ ແຂວງ​ຕ່ຽນ​ຢາງ ໄດ້​​ໂຄ​ສະ​ນາ​ກ່ຽວ​ກັບ​ທ້ອ​ງ​ຖິ່ນ​ຂອງ​ຕົນ, ກໍ​ຄື​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ ແລະ ເງື່ອນ​ໄຂ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ການ​ລົງ​ທຶນ​ເພື່ອ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ອິນ​ເດຍ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top