• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮຽກຮ້ອງຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ແຮງງານຫວຽດນາມຢູ່ມາເລເຊຍ

      ຕໍ່ໜ້າສະພາບ ຈຳນວນຜູ້ຕິດເຊື້ອພະຍາດCovid– 19 ເພີ່ມຂຶ້ນ, ນັບແຕ່ວັນທີ 18 ມີນາຫາວັນທີ 31 ມີນາ 2020, ລັດຖະບານມາເລເຊຍເກືອດຫ້າມບໍ່ໃຫ້ມີການເດີນທາງໄປມາແລະເຕົ້າໂຮມຫຼາຍຄົນ, ຈຳກັດຊາວຕ່າງປະເທດເຂົ້າເມືອງມາເລເຊຍ (ຍົກເວັ້ນບາງກໍລະນີພິເສດ), ປິດປະຕູໂຮງຮຽນ, ບັນດາອົງການລັດຖະບານແລະເອກະຊົນ (ຍົກເວັ້ນບັນດາອົງການສະໜອງບັນດາການບໍລິການທີ່ຈຳເປັນ), ຈຳກັດຊາວມາເລເຊຍເດີນທາງໄປຕ່າງປະເທດ
           
      ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດCovid– 19 ຢູ່ມາເລເຊຍ, ກົມຄຸ້ມຄອງແຮງງານຕ່າງປະເທດ (ສັງກັດກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມ) ໄດ້ມີເອກະສານທາງການຮຽກຮ້ອງໃຫ້ບັນດາວິສາຫະກິດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດຕ້ອງປຶກສາຫາລືກັບຄູ່ຮ່ວມມືກ່ຽວກັບແຜນການອອກເມືອງຂອງແຮງງານຫວຽດນາມເພື່ອຮັບປະກັນໃຫ້ ຈຳນວນແຮງງານເຫຼົ່ານັ້ນໄດ້ເຂົ້າເມືອງຢ່າງຖືກຕ້ອງຕາມກົດໝາຍ, ປອດໄພ, ຫຼີກລ້ຽງຄວາມສ່ຽງຕິດໂລກລະບາດCovid– 19. ແຈ້ງໃຫ້ແກ່ແຮງງານຫວຽດນາມທີ່ພວມເຮັດວຽກຢູ່ມາເລເຊຍຮັບຊາບກ່ຽວກັບບັນດາຂໍ້ກຳນົດຂອງລັດຖະບານມາເລເຊຍແລະແນະນຳ ບັນດາມາດຕະການປ້ອງກັນ, ຕ້ານແລະຫຼີກລ້ຽງການຕິດເຊື້ອພະຍາດCovid- 19.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top