• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮູບພາບກ່ຽວກັບສະພາແຫ່ງຊາດແຫ່ງການກະທຳ, ປ່ຽນແປງໃໝ່

      ໃນເບື້ອງຕົ້ນ, ສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນແມ່ນສະພາແຫ່ງຊາດແຫ່ງການກະທຳ, ສືບທອດມູນເຊື້ອດ້ວຍຄວາມຫວັງຢາກປ່ຽນແປງໃໝ່ ແລະ ອຸທິດສ່ວນ, ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື້ອງດິ່ງເຫ້ວ
(ພາບ: VGP)
      ປີ 2021 ແມ່ນປີສ້າງຂີດໝາຍຫຼາຍຢ່າງໃນອາຍຸການສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເມື່ອກອງປະຊຸມ 2 ຄັ້ງທຳອິດໃນອາຍຸການລ້ວນແຕ່ດຳເນີນໄປໃນສະພາບປະເທດຖືກຜົນກະທົບຢ່າງໃຫຍ່ຫຼວງຈາກໂລກລະບາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ໃນສະພາບການນັ້ນ, ບັນດາຄຳຕັດສິນຢ່າງໄວ ແລະ ທັນການຂອງສະພາແຫ່ງຊາດ ໄດ້ເປັນການສະແດງໃຫ້ເຫັນຈິດໃຈຮ່ວມເດີນທາງ, ແບ່ງປັນກັບລັດຖະບານ ເພື່ອໜູນຊ່ວຍຄວາມຫຍຸ້ງຍາກເຊິ່ງວິສາຫະກິດ ແລະ ປະຊາຊົນພວມຕ້ອງຜ່ານຜ່າໃຫ້ໄວ ແລະ ມີປະສິດທິຜົນທີ່ສຸດ.
        3 ເດືອນນັບແຕ່ເມື່ອສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສະເໜີຕົວຕໍ່ພໍ່ແມ່ປະຊາຊົນໃນທົ່ວປະເທດ (ຕຸລາ 2021), ກໍ່ແມ່ນຈຸດເວລາທີ່ປະເທດພວມມານະພະຍາຍາມຕ້ານໂລກລະບາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີລາຄາວ່າ: ໃນເບື້ອງຕົ້ນ, ສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນແມ່ນສະພາແຫ່ງຊາດແຫ່ງການກະທຳ, ສືບທອດມູນເຊື້ອດ້ວຍຄວາມຫວັງຢາກປ່ຽນແປງໃໝ່ ແລະ ອຸທິດສ່ວນ, ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ.
ເພື່ອການພັດທະນາປະເທດຊາດແບບຍືນຍົງ
        ທີ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ບູລະນະບຸກຄະລາກອນຫຼັກແຫຼ່ງຂອງລັດໃຫ້ສົມບູນແບບ, ພ້ອມກັນນັ້ນ ກໍບູລະນະບຸກຄະລາກອນຂັ້ນສູງໃຫ້ສົມບູນແບບ ເພື່ອສ້າງທຸກວຽກງານບຸກຄະລາກອນຂອງອາຍຸການໃໝ່ໃຫ້ສຳເລັດ. ນີ້ແມ່ນໜ້າທີ່ຈຸດສຸມຂອງກອງປະຊຸມ, ຕັດສິນໂດຍກົງເຖິງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດຂອງທັງອາຍຸການ. ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາ, ເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນຫຼາຍຕຳແໜ່ງ, ໃນນັ້ນມີ: ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການສູງສຸດ. ກໍ່ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2021 – 2025…
        ປີ 2021, ສະພາແຫ່ງຊາດຊຸດທີ XV ໄດ້ສະແດງໃຫ້ເຫັນຢ່າງແຈ້ງຮູບພາບຫຼັກຂອງສະພາແຫ່ງຊາດແຫ່ງການກະທຳ. ໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນນັ້ນ, ສະພາແຫ່ງຊາດ ອະນຸຍາດໃຫ້ລັດຖະບານ ກຳນົດ ແລະ ຈັດຕັ້ງການປະຕິບັດຫຼາຍເນື້ອໃນອື່ນ ດ້ວຍຂໍ້ກຳນົດຂອງກົດໝາຍທີ່ພວມປະຕິບັດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງອັນຮີບດ່ວນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ແລະ ມີຫຼາຍນະໂຍບາຍສຳຄັນ, ແທດຈິງອື່ນໆ ເພື່ອລະດົມແຫຼ່ງກຳລັງ, ໜູນຊ່ວຍໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ນີ້ແມ່ນມາດຕະການແກ້ໄຂທີ່ບໍ່ເຄີຍມີມາກ່ອນ.
        ສິ່ງທີ່ໜ້າສົນໃຈ, ເພື່ອໃຫ້ມີຫຼັກຖານດ້ານວິທະຍາສາດ ແລະ ພຶດຕິກຳຕົວຈິງຕື່ມອີກ, ຮ່ວມເດີນທາງພ້ອມກັບລັດຖະບານ ໃນການສ້າງ, ປຶກສາຫາລື ແລະ ປະກາດໃຊ້ນະໂຍບາຍໜູນຊ່ວຍພື້ນຖານເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກໂດຍໂວ, ຮັບມືກັບສະພາບການເປັນປົກກະຕິໃໝ່ໃຫ້ເປັນຢ່າງດີກວ່າ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ສົມທົບກັບຄະນະເສດຖະກິດສູນກາງພັກ, ສະຖາບັນບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ໄດ້ຈັດເວທີປາໄສເສດຖະກິດ ຫວຽດນາມ. ຕີລາຄາໂດຍສັງເຂບບົດບາດຂອງສະພາແຫ່ງຊາດ, ໃນບົດກ່າວປາໄສໄຂກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື້ອງດິ່ງເຫ້ວ, ຊີ້ແຈ້ງວ່າ:
        “ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບສ່ວນສຳຄັນ ພ້ອມກັບທົ່ວປະເທດສະກັດກັ້ນ, ຄວບຄຸມໂລກລະບາດ, ຮັກສາການຜະລິດດຳເນີນທຸລະກິດ, ໜູນຊ່ວຍປະຊາຊົນວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າແມ່ນສະພາແຫ່ງຊາດແຫ່ງການກະທຳ, ສືບທອດມູນເຊື້ອປາດຖະໜາຢາກປ່ຽນແປງໃໝ່ ແລະ ອຸທິດສ່ວນ, ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ”.
ໜ້າທີ່ຄວາມຮັບຜິດຊອບ ແລະ ການປ່ຽນແປງໃໝ່
        ທີ່ກອງປະຊຸມສອງສະໄໝທຳອິດຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ມີຂໍ້ສະເໜີປ່ຽນແປງໃໝ່ຫຼາຍຢ່າງກ່ຽວກັບວິທີການຈັດຕັ້ງກອງປະຊຸມທາງໄກທີ່ໄດ້ນຳໃຊ້. ສິ່ງທີ່ໜ້າສົນໃຈ, ສຳລັບບັນດາໜ່ວຍປະຊຸມຢູ່ທ້ອງຖິ່ນ, ຄະນະສະມາຊິກສະພາແຫ່ງຊາດ ໄດ້ເຊື້ອເຊີນການນຳອຳນາດການປົກຄອງທ້ອງຖິ່ນ, ບັນດາພະແນກ, ຂະແໜງການວິຊາສະເພາະ, ນັກຊ່ຽວຊານເຂົ້າຮ່ວມ ແລະ ປະກອບຄຳເຫັນກ່ຽວກັບເນື້ອໃນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດ, ປະຕິບັດແຜນນະໂຍບາຍລວມຂອງສະພາແຫ່ງຊາດ ກ່ຽວກັບການເປີດກວ້າງປະຊາທິປະໄຕ, ນຳກົດໝາຍ, ມະຕິເຂົ້າສູ່ຊີວິດຕົວຈິງ.
ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫວຽດນາມ ບຸຍວັນເກື່ອງ
(ພາບ: VTC)
      ສະພາແຫ່ງຊາດກໍ່ເປັນເຈົ້າການຫຼຸດເວລາດຳເນີນກອງປະຊຸມ, ເລີ່ມທົດລອງການລົງມະຕິແບບເອເລັກໂຕນິກ, ບໍ່ພຽງແຕ່ແມ່ນມາດຕະການແກ້ໄຂດ້ານສະຖານະການເພື່ອຮັບມືກັບການຜັນແປຂອງໂລກລະບາດໂຄວິດ-19 ເທົ່ານັ້ນ, ຫາກຍັງມຸ່ງໄປເຖິງເລື່ອງຍາວໄກກວ່າ. ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫວຽດນາມ ບຸຍວັນເກື່ອງ, ແບ່ງປັນວ່າ:
        “ພວກເຮົາທັງຮັບມືຢ່າງມີໄຫວພິບ, ທັງຮັບປະກັນບັນລຸຄວາມຮຽກຮ້ອງ ແລະ ຕ້ອງມີການປ່ຽນແປງໃໝ່ ເພື່ອເຫັນໄດ້ວ່າ ສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ່າງທ່ວງທັນກັບຊີວິດຕົວຈິງ ເພື່ອໃຫ້ພວກເຮົາປະຕິບັດໜ້າທີ່ເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນໃນທົ່ວປະເທດມອບໝາຍໃຫ້ສະພາແຫ່ງຊາດ ຫວຽດນາມ”.
        ບັນດາໝາກຜົນສຳຄັນໃນການເຄື່ອນໄຫວຂອງສະພາແຫ່ງຊາດປີ 2021 ສືບຕໍ່ເປັນການຢັ້ງຢືນບາດກ້າວສຳຄັນໃນການສ້າງສະພາແຫ່ງຊາດ “ເປັນເຈົ້າການ, ພູມປັນຍາ, ສາມັກຄີ, ປ່ຽນແປງໃໝ່ ແລະ ມີຄວາມຮັບຜິດຊອບ”, ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນເໜືອກວ່າສິ່ງໃດໝົດ ແລະ ກ່ອນອື່ນໝົດ./.
(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top