ຂ່າວສານ
ຮີບເຮັ່ງກໍ່ສ້າງບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດ ແລະ ບັນຊີລາຍຊື່ຜະລິດຕະພັນຍຸດທະສາດ
ຮີບເຮັ່ງກໍ່ສ້າງ, ບູລະນະບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດ ແລະ ບັນຊີລາຍຊື່ຍຸດທະສາດທີ່ມີຄວາມໝາຍໂດຍກົງ ຕັດສິນການພັດທະນາປະເທດຊາດໃຫ້ສົມບູນແບບ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍການເຕີບໂຕຢູ່ລະດັບສອງຕົວເລກ. ນີ້ແມ່ນການເນັ້ນໜັກຂອງທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໃນກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບເນື້ອໃນນີ້ໃນຕອນເຊົ້າວັນທີ 20 ເມສາ,ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ໃຫ້ຂໍ້ສັງເກດວ່າການຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດມີການປ່ຽນແປງຢ່າງຈະແຈ້ງ, ທຸກຂັ້ນ, ທຸກຂະແໜງການໄດ້ເຂົ້າຮ່ວມ ແຕ່ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຖ້າບໍ່ບຸກທະລຸ, ປະຕິບັດຢ່າງຂ້ຽວຂາດ. ຍາກທີ່ຈະປະຕິບັດສຳເລັດໜ້າທີ່ໄດ້. ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ເນັ້ນໜັກວ່າ:
ສະເໜີກຳນົດການພັດທະນາອຸດສາຫະກຳຍຸດທະສາດຕິດພັນກັບຄວາມຕ້ອງການພັດທະນາຂອງປະເທດຊາດແມ່ນໜ້າທີ່ມີຄວາມສຳຄັນຍິ່ງ. ຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການແມ່ນໃຫຍ່ຫຼວງທີ່ສຸດ. ພວກເຮົາຕ້ອງມີສະຕິຮັບຮູ້ຄວາມຮັບຜິດຊອບນີ້ຕໍ່ປະເທດຊາດ. ດັ່ງນັ້ນ, ພວກເຮົາຕ້ອງສຳຫຼວດກວດຄືນໂດຍໄວ, ປະຕິບັດສຳເລັດບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດ ແລະ ຜະລິດຕະພັນເຕັກໂນໂລຢີຍຸດທະສາດຕາມທິດກະທັດລັດກ່ວາໂດຍໄວ, ເລືອກເອົາເຕັກໂນໂລຢີທີ່ມີຄວາມໝາຍຕັດສິນຕໍ່ການພັດທະນາຂອງປະເທດຊາດຢ່າງຖືກຕ້ອງ ແລະ ອາດສາມາດຜັນຂະຫຍາຍໃນທັນທີ, ຫຼີກລ້ຽງການຟູມເຟືອຍແຫຼ່ງກຳລັງ.








