ຂ່າວສານ

ຮີບ​​ເຮັ່ງ​ກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ

ຮີບເຮັ່ງ​ກໍ່​ສ້າງ, ບູ​ລະ​ນະ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝາຍ​ໂດຍ​ກົງ ຕັດ​ສິນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ສົມ​ບູນ​ແບບ ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ.
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ (ພາບ: TTXVN)  

ຮີບເຮັ່ງ​ກໍ່​ສ້າງ, ບູ​ລະ​ນະ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝາຍ​ໂດຍ​ກົງ ຕັດ​ສິນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ສົມ​ບູນ​ແບບ ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ. ນີ້​ແມ່ນ​ການ​ເນັ້ນ​ໜັກ​ຂອງ​ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໃນ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ກັບ​ເນື້ອ​ໃນ​ນີ້​ໃນ​ຕອນ​ເຊົ້າ​ວັນ​ທີ 20 ເມ​ສາ,ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ໃຫ້​ຂໍ້​ສັງ​ເກດ​ວ່າ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 57 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ, ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ໄດ້​ເຂົ້າ​ຮ່ວມ ​ແຕ່​ຍັງປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້​າ​ທາຍ, ຖ້າ​ບໍ່​ບຸກ​ທະ​ລຸ, ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ. ​ຍາກ​ທີ່​ຈະປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ໄດ້.​ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເນັ້ນ​ໜັກວ່າ:

ສະ​ເໜີ​ກຳ​ນົດ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ແມ່ນ​ໜ້າ​ທີ່​ມີ​ຄວາມ​ສຳ​ຄັນ​ຍິ່ງ. ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ແມ່ນ​​ໃຫຍ່​ຫຼວງທີ່​ສຸດ. ພວກ​ເຮົາ​ຕ້ອງ​ມີ​ສະ​ຕ​ິ​ຮັບ​ຮູ້​ຄ​ວາມ​ຮັບ​ຜິດ​ຊອບ​ນີ້​ຕໍ່​ປະ​ເທດ​ຊາດ. ດັ່ງ​ນັ້ນ, ພວກ​ເຮົາ​ຕ້ອງ​ສຳຫຼວດກວດ​ຄືນ​ໂດຍ​ໄວ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຕາມ​ທິດ​ກະ​ທັດ​ລັດ​ກ່​ວາໂດຍ​ໄວ, ເລືອກ​ເອົາ​​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ຄວາມ​ໝາຍ​ຕັດ​ສິນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດຢ່າງ​ຖືກ​ຕ້ອງ ແລະ ອາດ​ສາ​ມາດ​ຜັນ​ຂະ​ຫຍາຍ​ໃນ​ທັນ​ທີ, ຫຼີກ​ລ້ຽງ​ການ​ຟູມ​ເຟືອຍ​ແຫຼ່ງ​ກຳ​ລັງ.


top