• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ປະ​ກັນ​ການ​ຂຸດ​ຄົ້ນແຫຼ່ງ​ຜົນ​ປະ​ໂຫຍດ​ຈາກ​ດິນ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

ບັນດາຄຳເຫັນຖືວ່າ ການປັບປຸງກົດໝາຍວ່າດ້ວຍທີ່ດິນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຈາກການຊີວິດຕົວຈິງ ຮັບປະກັນການຄຸ້ມຄອງທີ່ດິນຢ່າງແໜ້ນແຟ້ນ
ທ່ານ ໂງຈຸງແທັງ, ສະມາຊິກສະພາແຫ່ງຊາດແຂວງ ດັກລັກ (ພາບ: TTXVN)

ວັນທີ 21 ມິຖຸນາ, ສະພາແຫ່ງຊາດສະຫງວນເວລາມີ້1 ເພື່ອໄດ້ປຶກສາຫາລືຢູ່ຫໍປະຊຸມ ຢ້ຽນຮົ່ງ (ຫໍສະພາແຫ່ງຊາດ) ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍມີຄວາມສຳຄັນທີ່ສຸດໃນກອງປະຊຸມສະໄໝສາມັນຄັ້ງທີ 5 ສະພາແຫ່ງຊາດຊຸດທີ XV, ມີຜົນສະທົບຕໍ່ທຸກດ້ານໃນ ຊີວິດດ້ານເສດຖະກິດ - ສັງຄົມ ແລະ ຊີວິດປະຈຳວັນຂອງປະຊາຊົນ.

ກ່າວຄຳເຫັນທີ່ການປຶກສາຫາລື, ບັນດາຄຳເຫັນຖືວ່າ ການປັບປຸງກົດໝາຍວ່າດ້ວຍທີ່ດິນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຈາກການຊີວິດຕົວຈິງ ຮັບປະກັນການຄຸ້ມຄອງທີ່ດິນຢ່າງແໜ້ນແຟ້ນ, ຮັບປະກັນປະຊາທິປະໄຕ, ຄວາມເປີດເຜີຍ, ແກ້ໄຂບັນດາຂໍ້ຈຳກັດ ກ່ຽວກັບການຟຸ່ມເຟືອຍໃນການນຳໃຊ້ທີ່ດິນ. ກ່ຽວກັບການຮັບປະກັນທີ່ດິນ, ດິນຜະລິດໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດພູສູງ, ທ່ານ ນາງ ນາງໂຊວີ ສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ ຖືວ່າ:

ຂ້າພະເຈົ້າສະເໜີປັບປຸງຂໍ້ກຳນົດຄວາມຮັບຜິດຊອບຂອງລັດກ່ຽວກັບທີ່ດິນ ສຳລັບພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ການປັບປຸງຕ້ອງປະຕິບັດຕາມທິດເປີດກວ້າງບັນດາເປົ້າໝາຍພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ໃນບໍລິເວນທີ່ມີເງື່ອນໄຂເສດຖະກິດສັງຄົມປະສົບກັບຄວາມຫຍຸງຍາກ ໂດຍລັດ ຮັບປະກັນກ່ຽວກັບທີ່ດິນປຸກສ້າງ, ດິນຜະລິດ, ການດຳລົງຊີວິດວົງຄະນະຍາດ, ດິນຜະລິດທີ່ເໝາະສົມກັບຮີດຄອງປະເພນີ, ສີສັນວັດທະນະທຳ ແລະ ເງື່ອນໄຂໃນຕົວຈິງຂອງແຕ່ລະເຂດພາກ. ຄວນສ້າງແຫຼ່ງທີ່ດິນຈາກເນື້ອທີ່ດິນໃນຕົວຈິງ ທີ່ບັນດາທ້ອງຖິ່ນພວມມີຢູ່ແລ້ວ ແລະ ນຳໃຊ້ທີ່ດິນເພື່ອແກ້ໄຂຄວາມຕ້ອງການຜະລິດຂອງບັນດາຄອບຄົວພວມຂາດດິນຜະລິດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top