• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າ ຂອງ 5 ແຜນຮ່າງໃຫຍ່ ກ່ຽວກັບ ວິທະຍາສາດ ແລະ ສັງຄົມ

5 ແຜນຮ່າງ ໄດ້ຮັບການຜັນຂະຫຍາຍດ້ວຍການສືບທອດມູນເຊື້ອປະຫວັດສາດຂອງຊາດນັບພັນປີ, ຜົນງານຂອງ 30 ປີ ແຫ່ງການປ່ຽນແປງໃໝ່, ທ່າແຮງ ແລະ ກໍາລັງແຮງຂອງປະເທດຊາດເວົ້າລວມ ແລະ ຄວາມສາມາດບົ່ມຊ້ອນທາງດ້ານວິທະຍາສາດເຕັກໂນໂລຢີເວົ້າສະເພາະ...

ວັນທີ 12 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ມີການພົບປະກັບນັກວິທະຍາສາດ ກວ່າ 70 ທ່ານ ທີ່ພວມເຂົ້າຮ່ວມ 05 ແຜນຮ່າງໃຫຍ່ກ່ຽວກັບວິທະຍາສາດ ຄື: ຄົ້ນຄວ້າ, ຮຽບຮຽງປະຫວັດສາດຫວຽດນາມ; ປື້ມສັບພະວິທະຍານຸກົມ; ປື້ມບັນທຶກແຫ່ງຊາດຫວຽດນາມ; ລະບົບປັນຍາຫວຽດດີຈີຕອນ; ການແປພາສາ ແລະ ເສີມຂະຫຍາຍຄຸນຄ່າອັນຍອດຍິ່ງຂອງບັນດາບົດປະພັນທີ່ໂດດເດັ່ນຂອງຕາເວັນອອກ.

 

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄໍາເຫັນທີ່ການພົບປະ (ພາບ: VGP/Đinh Nam)

ກ່າວຄໍາເຫັນໜ້າທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ 5 ແຜນຮ່າງດັ່ງກ່າວ ມີຄວາມໝາຍສໍາຄັນ, ສອດຄ່ອງກັບແຜນນະໂຍບາຍລວມ “ວິທະຍາສາດ, ການສຶກສາ ແມ່ນລັດຖະນະໂຍບາຍແຖວໜ້າ”, “ວັດທະນະທໍາແມ່ນພື້ນຖານ”. ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ແລ້ວ, 5 ແຜນຮ່າງ ໄດ້ຮັບການຜັນຂະຫຍາຍດ້ວຍການສືບທອດມູນເຊື້ອປະຫວັດສາດຂອງຊາດນັບພັນປີ, ຜົນງານຂອງ 30 ປີ ແຫ່ງການປ່ຽນແປງໃໝ່, ທ່າແຮງ ແລະ ກໍາລັງແຮງຂອງປະເທດຊາດເວົ້າລວມ ແລະ ຄວາມສາມາດບົ່ມຊ້ອນທາງດ້ານວິທະຍາສາດເຕັກໂນໂລຢີເວົ້າສະເພາະ ນັບມື້ນັບໄດ້ຍົກສູງຂຶ້ນ. ພ້ອມທັງສະເໜີວ່າ ນັກວິທະຍາສາດໃນສະພາຮຽບຮຽງແຕ່ລະຄົນ ຕ້ອງຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງບັນດາແຜນຮ່າງທີ່ໄດ້ຮັບການປະຕິບັດ ໃຫ້ດີກວ່າອີກ ໃນປີ 2019 ນີ້.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top