• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນ

ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕິດຕາມໃກ້ຊິດ ແລະ ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 .
ພາບປະກອບ

ທ່ານນາງ ຟ້າມທິແທງຈ່າ, ລັດຖະມົນຕີກະຊວງພາຍໃນ, ກຳມະການສະພາເລືອກຕັ້ງແຫ່ງຊາດ ຫາກໍ່ລົງນາມໃນເອກະສານແນະນຳວິຊາສະເພາະວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ໃນສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ 19. ທ່ານນາງ ຟ້າມທິແທງຈ່າ ສະເຫນີໃຫ້ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕິດຕາມໃກ້ຊິດ ແລະ ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ, ທັງຮັບປະກັນໃຫ້ການເລືອກຕັ້ງດຳເນີນຖືກຕາມການກຳນົດຂອງກົດໝາຍ ທັງຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານການປ້ອງກັນສະກັດກັ້ນໂລກລະບາດ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top