• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ​ພາ​ສາ ຫວຽດ ໃຫ້​ລູກຫຼານ​ຊາ​ວ ຫວຽດ​ນາມ ອາ​ໄສ ຢູ່​ລາວ

ຕອນຄ່ຳວັນທີ 11 ກໍລະກົດ, ຢູ່ວັດເຟີດຕິກ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດໍາເນີນພິທີໄຂຊຸດຮຽນພາສາ ຫວຽດ ເຊິ່ງຈະຮຽນ 3 ຕອນ ຕໍ່ ອາທິດ ແລະ ແກ່ຍາວເປັນເວລາ 3 ເດືອນ. ນັກຮຽນ ເຂົ້າຮ່ວມຊຸດຮຽນດັ່ງກ່າວຈະໄດ້ຮຽນທັງ 4 ທັກສະການຟັງ, ການອ່ານ, ການເວົ້າ ແລະ ການຂຽນ.
ຄູ ແລະ ນັກຮຽນ ກຳລັງແລກປ່ຽນກ່ຽວກັບບົດຮຽນ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟ້ານມິງຈຽນ, ທີ່ປຶກສາສະຖານທູດ ຫວຽດນາມ ປະຈຳ ລາວ, ເນັ້ນໜັກວ່າ ການເປີດຊຸດຮຽນພາສາ ຫວຽດ ຢູ່ ວັດເຟີດຕິກ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອຊ່ວຍໃຫ້ລູກຫຼານຊາວ ຫວຽດນາມ ອາໄສ ຢູ່ ລາວ ຮັກສາພາສາ ຫວຽດ ໄດ້, ຜ່ານນັ້ນ ຮັກສາສີສັນວັດທະນະທຳຂອງຊາດ ຫວຽດນາມ. ທ່ານ ຟານມິງຈຽນ ກໍປາດຖະໜາວ່າ ບັນດາຄູອາຈານ ຈະຊ່ວຍໃຫ້ບັນດານັກຮຽນຊອກຮູ້ກ່ຽວກັບສີສັນວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ຫວຽດນາມ.       

ທີ່ພິທີ, ຄະນະຈັດຕັ້ງ ໄດ້ຕັດແຖບຜ້າເປີດຕູ້ປຶ້ມພາສາ ຫວຽດ ຮັບໃຊ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ລາວ ແລະ ບັນດາເພື່ອນລາວ. ຕູ້ປຶ້ມ ດັ່ງກ່າວໄດ້ຕັ້ງຢູ່ບໍລິເວນຂອງວັດເຟີດຕິກ, ເຊິ່ງເປັນບ່ອນທີ່ພໍ່ແມ່ພີ່ນ້ອງທຸກເພດທຸກໄວສາມາດມາຊອກຮູ້ກ່ຽວກັບມູນເຊື້ອ, ປະຫວັດສາດ, ຄົ້ນຫາທິວທັດທຳມະຊາດ, ປະເທດຊາດ ແລະ ຊາວ ຫວຽດນາມ, ຊ່ວຍໃຫ້ຜູ້ອ່ານຊອກຮູ້ກ່ຽວກັບໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ກວດກາ ວຽກງານຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ບັນດາຮາກຖານການສຶກສາ ໃນບໍລິເວນນະຄອນ ສົກຮຽນ 2026-2027

ຮ່າໂນ້ຍ ກວດກາ ວຽກງານຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ບັນດາຮາກຖານການສຶກສາ ໃນບໍລິເວນນະຄອນ ສົກຮຽນ 2026-2027

ແນ່ໃສ່ເພີ່ມທະວີ ວຽກງານຄຸ້ມຄອງ, ຕິດຕາມກວດກາ ແລະ ຮັບປະກັນ ຄວາມປອດໄພດ້ານອາຫານ ຢູ່ໂຮງຮຽນ, ສົກຮຽນ 2026-2027, ນະຄອນຫຼວງ ຮ່າໂນ້ຍ ໄດ້ຜັນຂະຫຍາຍ ບັນດາຄະນະກວດກາລະຫວ່າງຂະແໜງ, ສຸມໃສ່ ກວດກາຄືນ ຢ່າງຮອບດ້ານ ລະບຽບການຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ບັນດາຮາກຖານການສຶກສາ, ຕັ້ງແຕ່ ຂັ້ນຕອນຄັດເລືອກ ຜູ້ສະໜອງ, ຄວບຄຸມແຫຼ່ງວັດຖຸດິບ ເຖິງ ການປຸງແຕ່ງ, ຮັກສາ ແລະ ຕິດຕາມກວດກາ ຄຸນນະພາບ ອາຫານ.

Top