• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາການ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ສ້າງ​​​ສະ​ຖຽນ​ລະ​ພາບຂອງ​ປະ​ເທດ​ຊາດ

ໃນສະເພາະໜ້າ, ທ່ານ Han Duck Soo ຈະອອກຄຳສັ່ງໂດຍດ່ວນ ຮຽກຮ້ອງໃຫ້ກອງທັບ ສ.ເກົາຫຼີ ເພີ່ມທະວີຄວາມລະມັດລະວັງ ແລະ ກຽມພ້ອມຮັບມືກັບທຸກກໍລະນີວິກິດການ ທີ່ອາດຈະເກີດຂຶ້ນ.
ທ່ານ Han Duck Soo ຮັກສາການປະທານາທິບໍດີ ສ.ເກົາຫຼີ (ພາບ: Yonhap/TTXVN)

ວັນທີ 14 ທັນວາ, ທ່ານ Han Duck Soo ຮັກສາການປະທານາທິບໍດີ ສ.ເກົາຫຼີ  ຖະແຫຼງວ່າ ຈະມານະພະຍາຍາມບໍລິຫານລັດຈົນສຸດຄວາມສາມາ. ຄຳປາໄສຂອງທ່ານ Han Duck Soo ໄດ້ຍົກອອກມາພາຍຫຼັງທີ່ສະພາແຫ່ງຊາດ ສ.ເກົາຫຼີ ປ່ອນບັດຮັບຮອງເອົາການພິຈາລະນາໂທດຂອງທ່ານປະທານາທິບໍດີ Yoon Suk Yeol ແລະ ມອບໃຫ້ທ່ານ Han Duck Soo ດຳລົງຕຳແໜ່ງເປັນຮັກສາການປະທານາທິບໍດີ. ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Han Duck Soo ໃຫ້ຮູ້ວ່າ, ໃນສະເພາະໜ້າ, ທ່ານຈະອອກຄຳສັ່ງໂດຍດ່ວນ ຮຽກຮ້ອງໃຫ້ກອງທັບ ສ.ເກົາຫຼີ ເພີ່ມທະວີຄວາມລະມັດລະວັງ ແລະ ກຽມພ້ອມຮັບມືກັບທຸກກໍລະນີວິກິດການ ທີ່ອາດຈະເກີດຂຶ້ນ. ທ່ານກໍຮຽກຮ້ອງໃຫ້ບັນດາອົງການການທູດ ຮັກສາການຕິດຕໍ່ພົວພັນກັບ ຍີ່ປຸ່ນ ແລະ ຈີນ ຢ່າງແໜ້ນແຟ້ນ, ພ້ອມທັງປະກາດຢ່າງກວ້າງຂວາງ ຜ່ານສະຖານທູດບັນດາປະເທດວ່າ ແນວທາງການຕ່າງປະເທດຂອງ ສ.ເກົາຫຼີ ຈະບໍ່ມີການປ່ຽນແປງ. ຕາມແຜນການແລ້ວ, ທ່ານ Han Duck Soo ຈະຈັດກອງປະຊຸມລັດຖະບານ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງຮີບດ່ວນ ແລະ ກ່າວຄຳເຫັນຕໍ່ໜ້າມະຫາຊົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top