• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ ຫວຽດນາມ - ລາວ

ເນື່ອງໃນໂອກາດບຸນເຕັດປີຂານ ຂອງ ຫວຽດນາມ, ວັນທີ 30 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ແລະ ບັນດາການນຳຂັ້ນສູງພັກ, ລັດ ລາວໄດ້ສົ່ງສານອວຍພອນມາຍັງບັນດາການນຳຂັ້ນສູງພັກ ແລະ ລັດ ຫວຽດນາມ.       ເນື່ອງໃນໂອກາດບຸນເຕັດປີຂານ ຂອງ ຫວຽດນາມ, ວັນທີ 30 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ແລະ ບັນດາການນຳຂັ້ນສູງພັກ, ລັດ ລາວໄດ້ສົ່ງສານອວຍພອນມາຍັງບັນດາການນຳຂັ້ນສູງພັກ ແລະ ລັດ ຫວຽດນາມ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ (ພາບ: TTXVN)
      ໃນສານອວຍພອນສົ່ງໄປຍັງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕໍ່ໄຊຊະນະອັນສະຫງ່າອົງອາດ ກໍ່ຄືບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ເຊິ່ງ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດຊົນຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.
      ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງສອງປະເທດ.
      ແລະ ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ທ່ານປະທານປະເທດ ລາວ ໄຊສົມພອນ ພົມວິຫານ ກໍ່ໄດ້ສົ່ງສານອວຍພອນບຸນເຕັດ ໄປຍັງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.
ປະຕິບັດ: VNP

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

ອຳນາດການປົກຄອງ ອາເມລິກາ ໄດ້ເລີ່ມດຳເນີນບັນດາການປຶກສາຫາລືພາຍໃນ ເພື່ອສ້າງຂອບເຂດການເຈລະຈາກັບ ອີຣານ, ໃນສະພາບການປະທະກັນຢູ່ ຕາເວັນອອກກາງ ກ້າວເຂົ້າສູ່ ອາທິດທີ 4.

Top